ເດັກນ້ອຍຊາວ ປາແລັດສະຕິນ ຢູ່ເຂດ ກາຊາ ພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃນວັນທີ 06 ສິງຫາ 2025 (ພາບ: REUTERS/Dawoud Abu Alkas) |
ຂໍ້ສະເໜີດັ່ງກ່າວ ແມ່ນອີງຕາມຂໍ້ລິເລີ່ມຂອງທ່ານ Steve Witkoff ທູດພິເສດ ອາເມລິກາ ປະຈຳ ຕາເວັນອອກກາງ, ທີ່ຮຽກຮ້ອງຢຸດຍິງໃນໄລຍະ 2 ເດືອນ ແລະ ມອບສົ່ງຊະເລີຍເສິກຕາມແຕ່ລະໄລຍະ. ຕາມນັ້ນແລ້ວ, ຮາມາດສ ຈະມອບຕົວປະກັນ 10 ຄົນ ພ້ອມດ້ວຍຊາກສົບຂອງຕົວປະກັນ 18 ຄົນ ເພື່ອແລກເອົາຊະເລີຍເສິກ ປາແລັດສະຕິນ ຈຳນວນໜຶ່ງ. ກຳລັງ ອິດສະຣາແອັນ ກໍຈະເຄື່ອນຍ້າຍໄປຍັງເຂດໃກ້ກັບຊາຍແດນ ກາຊາ ກັບ ອິດສະຣາແອັນ ແລະ ອະນຸຍາດໃຫ້ການຊ່ວຍເຫຼືອມະນຸດສະທຳ ໄດ້ເຂົ້າເຂດ ກາຊາ. ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງທີ່ກວ້າງກວ່າ, ລວມມີການຮັບປະກັນອະນາຄົດຂອງເຂດ ກາຊາ ພາຍຫຼັງການປະທະກັນ ແລະ ຄວາມອາດສາມາດຢຸດຍິງຖາວອນ ຈະໄດ້ດຳເນີນໃນທັນທີພາຍຫຼັງສິ້ນສຸດຄຳສັ່ງຢຸດຍິງ 60 ວັນ.
ມິງໂງ, ນັກຂ່າວ VOV ປະຈຳ ອີຢິບ

