ພາບປະກອບ: THX/TTXVN |
ສ່ວນຕົວປະກັນທີ່ເສຍຊີວິດແລ້ວ ຄາດວ່າຈະໄດ້ສົ່ງຄືນໃນວັນດຽວກັນ. ເຖິງຢ່າງໃດກໍຕາມ, ກໍລະນີປ່ອຍຕົວປະກັນຢ່າງເປັນທາງການສຸດທ້າຍບັນດາຝ່າຍທີ່ກ່ຽວຂ້ອງຍັງບໍ່ທັນໄດ້ປະກາດ ແລະ ກຳນົດ. ກອງທັບອິດສະລາແອັນ ໃຫ້ຮູ້ວ່າ ບັນດາຕົວປະກັນໂດຍ ຮາມາດຈະມອບໃຫ້ຜູ້ຕາງໜ້າອົງການສະພາກາແດງ ສາກົນ, ຫຼັງຈາກນັ້ນຈະມອບໃຫ້ກອງທັບອິດສະລາແອັນ ແລະ ສົ່ງໄປຍັງຖານທີ່ໝັ້ນ Re’im ຢູ່ໃກ້ເຂດກາຊາ ເພື່ອກວດ ສຸຂະພາບ. ແລະກໍ່ໃນຕອນບ່າຍວັນທີ 13 ຕຸລາ (ຕາມເວລາທ້ອງຖິ່ນ), ພິທີລົງນາມຂໍ້ຕົກລົງຢ່າງເປັນທາງການຈະດຳເນີນຢູ່ນະຄອນ Sharm El Sheikh, ຕໍ່ໜ້າການເຫັນປະຈັກຕາຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ການນຳຫຼາຍກວ່າ 30 ປະເທດຢູ່ພາກພື້ນ ແລະ ໂລກ, ພ້ອມກັບອົງການຈັດຕັ້ງສາກົນຈຳນວນໜຶ່ງ. ພາຍຫຼັງພິທີລົງນາມ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ເອຢິບ Abdel Fattah El Sisi ຈະເປັນປະທານຮ່ວມກອງປະຊຸມສຸດຍອດສາກົນ ກ່ຽວກັບເຂດກາຊາ. ການນຳລັດຖະບານ ອິດສະລາແອັນ ບໍ່ໄດ້ຮັບການເຊື້ອເຊີນເຂົ້າຮ່ວມເຫດການ.

