ທີ່ກອງປະຊຸມດັ່ງກ່າວ, ສອງຝ່າຍໄດ້ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການພົວພັນຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງ ອາຊຽນ - ສ.ເກົາຫຼີ ແລະ ການໜູນຊ່ວຍຂອງ ສ.ເກົສຫຼີ ທີ່ມີຕໍ່ ອາຊຽນ ແລະ ບັນດາປະເທດສະມາຊິກ ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ - 19. ອາຊຽນ ຊົມເຊີຍນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງ ສ.ເກົາຫຼີ ເພື່ອແນໃສ່ມຸ່ງໄປເຖິງການຊຸກຍູ້ການພົວພັນລະຫວ່າງ ອາຊຽນ - ສ.ເກົາຫຼີ ໃຫ້ສອດຄ່ອງກັບສາມເສົາຄ້ຳຂອງປະຊາຄົມ ອາຊຽນ.

ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ເຊີອູນ, ສ.ເກົາຫຼີ (ພາບ: TTXVN)
ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ລວມມີດ້ານການຄ້າ ແລະ ການລົງທຶນ, ເສດຖະກິດເຕັກນິກດີຈີຕອນ, ການທ່ອງທ່ຽວ, ການຄຸ້ມຄອງໄພທຳມະຊາດ, ສາທາລະນະສຸກວົງຄະນະຍາດ, ນະຄອນອັດສະລິຍະ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ, ການເຊື່ອມຕໍ່, ຍົກສູງກຳລັງຄວາມສາມາດ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ. ມີການເຄື່ອນໄຫວ ແລະ ການຮ່ວມມືຫຼາຍຢ່າງທີ່ກຳລັງຜັນຂະຫຍາຍໃນບັນດາຂົງເຂດດັ່ງກ່າວ ທີ່ໄດ້ຮັບການໜູນຊ່ວຍຈາກກອງທຶນຮ່ວມມື ອາຊຽນ - ສ.ເກົາຫຼີ.