ກອງປະຊຸມສຳມະນາແບບທາງໄກ ດ້ວຍຫົວຂໍ້ “ຂຸດຄົ້ນກາລະໂອກາດແລກປ່ຽນການຄ້າຈາກສັນຍາ RCEP” (ພາບ: asean.org) |
ນີ້ແມ່ນວາລະທໍາອິດຂອງງບັນດກອງປະຊຸມສຳມະນາແບບທາງໄກ ກ່ຽວກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເຊິ່ງຖືກດຳເນີນໃນຕະຫຼອດປີ ເພື່ອແນໃສ່ແນະນຳເຖິງປະຊາຄົມວິສາຫະກິດບັນດາກາລະໂອກາດດຳເນີນທຸລະກິດຈາກຂໍ້ຕົກລົງສະບັບດັ່ງກ່າວ.
ກອງປະຊຸມສຳມະນາໄດ້ສຸມໃສ່ປຶກສາຫາລືກ່ຽວກັບການຄ້າຂາຍສິນຄ້າ ແລະ ບາງບັນຫາສຳຄັນ ເປັນຕົ້ນແມ່ນ ຂັ້ນຕອນໃຫ້ຄຳໝັ້ນສັນຍາຫຼຸດຜ່ອນພາສີອາກອນ, ນະໂຍບາຍບຸລິມະສິດກ່ຽວກັບພາສີອາກອນ, ບັນດາມາດຕະການຍົກເວັ້ນພາສີ ໃນການຄ້າຂາຍສິນຄ້າ ແລະ ບັນດາມາດຕະການປົກປ້ອງການຄ້າ ຕາມສັນຍາ RCEP.
ບັນດາຜູ້ແທນເຂົ້າຮ່ວມກໍສະເໜີ ຄະນະເລຂາ ອາຊຽນ ຈົ່ງສົມທົບກັບບັນດາສະພາວິສາຫະກິດແຫ່ງຊາດ ແລະ ພາກພື້ນ ເພື່ອຈັດຕັ້ງບັນດາເຫດການ ແນໃສ່ຍົກສູງຄວາມຮັບຮູ້ຂອງວິສາຫະກິດຂະໜາດກາງ ແລະ ນ້ອຍກ່ຽວກັບຜົນປະໂຫຍດ ເຊິ່ງສັນຍາ RCEP ນຳມາໃຫ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

