ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: ກະຊວງການຕ່າງປະເທດ)

ກອງປະຊຸມປະຈຳປີ ເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ - ອັງກິດຄັ້ງທີ 4 ແລະ ການໂອ້ລົມສົນທະນາເຊື່ອມຕໍ່ ອາຊຽນ - ອັງກິດ ໂດຍຫວຽດນາມ ຈັດຂຶ້ນໄດ້ດຳເນີນໃນວັນທີ 10 ເມສາ, ຢູ່ດ່ານັ້ງ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດຮຸງວຽດ, ຫົວໜ້າ SOM ອາຊຽນ ຫວຽດນາມ ແລະ ທ່ານ Owen Jenkins ຫົວໜ້າກົມໃຫຍ່ ມະຫາສະໝຸດອິນເດຍ - ປາຊີຟິກ, ພາກຕາເວັນອອກກາງ ແລະ ອາບຟຼິກກາເໜືອ, ຫົວໜ້າ SOM ASEAN ລາຊະອານາຈັກ ອັງກິດ ເປັນປະທານຮ່ວມບັນດາການເຄື່ອນໄຫວ.

ດ້ວຍບົດບາດປະສານງານການພົວພັນໂອ້ລົມສົນທະນາ, ຕາງໜ້າບັນດາປະເທດ ອາຊຽນ, ທ່ານ ຮອງລັດຖະມົນຕີ ໂດຮຸ່ງຫວຽດ ໄດ້ຢັ້ງຢືນຈະສົມທົບກັບລາຊະອານາຈັກ ອັງກິດຢ່າງແໜ້ນແຟ້ນ ໃນການສ້າງບັນດາເອກະສານກຳນົດທິດຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ. ທ່ານຮອງລັດຖະມົນຕີ ກໍ່ສະເໜີ ລາຊະອານາຈັກ ອັງກິດສະໜັບສະໜູນບັນດາຂໍ້ລິເລີ່ມໂດຍ ຫວຽດນາມ ສະເໜີໃນບົດບາດເປັນປະທານກຸ່ມຮັບຜິດຊອບກ່ຽວກັບຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ (IAI-TF) ເພື່ອແນໃສ່ຜັນຂະຫຍາຍແຜນການປະຕິບັດວຽກງານ IAI ໄລຍະ 2021 – 2025 ແລະ ແຜນການປະຕິບັດວຽກງານໄລຍະໃໝ່ 2026 – 2030.

ສ່ວນຝ່າຍອັງກິດ, ທ່ານ Owen Jenkins ຢັ້ງຢືນບູລະມະສິດ ແລະ ຄຳໝັ້ນສັນຍາຢ່າງແຮງຂອງ ລາຊະອານາຈັກອັງກິດ ກັບ ອາຊຽນ ແລະ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ທ່ານເນັ້ນໜັກເຖິງການສະໜັບສະໜູນ ບົດບາດເປັນໃຈກາງຂອງ ອາຊຽນ, ພ້ອມແລ້ວທີ່ຈະໜູນຊ່ວຍ ອາຊຽນຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ 2045 ແລະ ບັນດາຍຸດທະສາດກ່ຽວກັບການຄ້າ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ ແລະ ການເຊື່ອມຕໍ່.