ແຫຼ່ງຂ່າວບໍ່ເຜີຍໃຫ້ຮູ້ວ່າ ມີຜູ້ເສຍຊີວິດ, ຮັບບາດເຈັບຍ້ອນບັນດາເຫດບຸກໂຈມຕີດັ່ງກ່າວຫຼືບໍ່(ພາບ: THX/TTXVN)
|
ວັນທີ 17 ມີນາ, ກຳລັງ ຮູທີ ຢູ່ ເຢແມັນ ໃຫ້ຮູ້ວ່າ, ກອງທັບ ອາເມລິກາ ຫາກໍ່ດຳເນີນການບຸກໂຈມຕີທາງອາກາດຢ່າງໜ້ອຍສຸດ 2 ຄັ້ງໃສ່ ເຢແມັນ, ສ້າງຂີດໝາຍເປັນຄ່ຳຄືນທີ 2 ຢ່າງລຽນຕິດທີ່ບຸກໂຈມຕີປະເທດ ອາຣັບ ຢູ່ແຄມຝັ່ງທະເລ ແດງ ນີ້.
ຕາມຊ່ອງໂທລະພາບ Al Masirah ຂອງ ຮູທີ ແລ້ວ, 2 ບັ້ນບຸກໂຈມຕີຫຼ້າສຸດຂອງກອງທັບ ອາເມລິກາ ແນໃສ່ນະຄອນທ່າກຳປັ່ນ Hodeidah – ເຊິ່ງແມ່ນໜຶ່ງໃນບັນດາເຂດຕົວເມືອງທີ່ມີຄວາມສຳຄັນທີ່ສຸດຢູ່ ເຢແມັນ ໂດຍກຳລັງ ເຮົາທີ ພວມຄວບຄຸມ. ເຖິງຢ່າງໃດກໍ່ຕາມ, ແຫຼ່ງຂ່າວບໍ່ເຜີຍໃຫ້ຮູ້ວ່າ ມີຜູ້ເສຍຊີວິດ, ຮັບບາດເຈັບຍ້ອນບັນດາເຫດບຸກໂຈມຕີດັ່ງກ່າວຫຼືບໍ່. 2 – 3 ຊົ່ວໂມງກ່ອນທີ່ຈະແຈ້ງວ່າຖືກກອງທັບ ອາເມລິກາ ບຸກໂຈມຕີ, ຮູທີ ຖະແຫຼງວ່າໄດ້ດຳເນີນການບຸກໂຈມຕີດ້ວຍລູກສອນໄຟ ແລະ ເຮືອບິນບໍ່ມີຄົນຂັບ (UAV) ແນໃສ່ກຸ່ມກ່ຳປັ່ນສູ້ຮົບບັນທຸກເຮືອບິນ USS Harry Truman ຂອງ ອາເມລິກາ ຢູ່ທະເລແດງ. ຮູທີ ຢືນຢັນວ່າ ການບຸກໂຈມຕີເພື່ອໂຕ້ຕອບການບຸກໂຈມຕີທາງອາກາດຂອງ ອາເມລິກາ ໃສ່ ເຢແມັນ ໃນຕອນຄ່ຳວັນທີ 15 ມີນາ, ເຮັດໃຫ້ 53 ຄົນເສຍຊີວິດ ແລະ 98 ຄົນຮັບບາດເຈັບ.
ກອງທັບ ອາເມລິກາ ຍັງບໍ່ທັນຍົກອອກຄຳເຫັນເປັນທາງການກ່ຽວກັບບັນດາບັ້ນບຸກໂຈມຕີທາງອາກາດໃສ່ ເຢແມັນ ກໍຄືເລື່ອງກຸ່ມກ່ຳປັ່ນສູ້ຮົບບັນທຸກເຮືອບິນ USS Harry Truman ທີ່ຖືກ ຮູທີ ບຸກໂຈມຕີເທື່ອ.

