ອາເມລິກາ ໄດ້ປະຕິບັດການບຸກໂຈມຕີທາງອາກາດຢ່າງໜ້ອຍສຸດ 4 ຄັ້ງເຂົ້າເມືອງ Al Mina
(ພາບ: THX/TTXVN)

ວັນທີ 20 ມີນາ, ຊ່ອງໂທລະພາບ Al Masirah, ຫົວໜ່ວຍສື່ສານໃຫ້ແກ່ກຳລັງ Houthi ຢູ່ ເຢແມັນ, ໃຫ້ຮູ້ວ່າ ອາເມລິກາ ໄດ້ປະຕິບັດການບຸກໂຈມຕີທາງອາກາດຢ່າງໜ້ອຍສຸດ 4 ຄັ້ງເຂົ້າເມືອງ Al Mina ຂຶ້ນກັບນະຄອນ Hodeidah, ແຫ່ງມີທ່າກຳປັ່ນ ແລະ ສຳນັກງານກຳລັງທະຫານເຮືອຂອງ Houthi.

ບັນດາການບຸກໂຈມຕີທາງອາກາດຂອງ ອາເມລິກາ ເພື່ອໂຕ້ຕອບເລື່ອງ Houthi ບຸກໂຈມຕີກຳປັ່ນຢູ່ເຂດທະເລແດງ, ເຊິ່ງໄດ້ຮັບຖືວ່າແມ່ນບັ້ນການທະຫານໃຫຍ່ສຸດຂອງ ອາເມລິກາ ຢູ່ເຂດຕາເວັນອອກກາງ ນັບແຕ່ເມື່ອທ່ານປະທານາທິບໍດີ Donald Trump ຮັບດຳລົງຕຳແໜ່ງໃນເດືອນ ມັງກອນ ຜ່ານມາ. ກ່ອນໜ້ານັ້ນ, ກຳລັງ Houthi ຢູ່ ເຢແມັນ ຖະແຫຼງວ່າ ໄດ້ແນເປົ້າໝາຍໃສ່ກ່ຳປັ່ນບັນທຸກຍົນສູ້ຮົບຂອງທະຫານເຮືອ USS Harry S. Truman ຂອງ ອາເມລິກາ ຢູ່ທະເລແດງ ເປັນຄັ້ງທີ 4 ພາຍໃນຮອບເວລາ 72 ຊົ່ວໂມງ.