(ພາບປະກອບ: Reuters/TTXVN)

ວັນທີ 25 ມີນາ, ອາເມລິກາ ໃຫ້ຮູ້ວ່າ, ບັນລຸໄດ້ບັນດາຂໍ້ຕົກລົງສະເພາະກັບ ຢູແກຼນ ແລະ ລັດເຊຍ ເພື່ອຮັບປະກັນຄວາມປອດໄພໃນການເດີນເຮືອຢູ່ທະເລດຳ ແລະ ບໍ່ບຸກໂຈມຕີມໃສ່ບັນດາຮາກຖານພະລັງງານຢູ່ 2 ປະເທດນີ້. ຖະແຫຼງການຂອງທຳນຽບຂາວຊີ້ແຈ້ງວ່າ, ໃນບັນດາການເຈລະຈາສະເພາະກັບ ອາເມລິກາ ຢູ່ ຊະອຸດີ ອາຣັບບີ ນັ້ນ, ລັດເຊຍ ແລະ ຢູແກຼນ ໄດ້ເຫັນດີຮັບປະກັນຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລ, ບໍ່ນຳໃຊ້ກຳລັງອາວຸດ ແລະ ສະກັດກັ້ນການນຳໃຊ້ກຳປັ່ນການຄ້າເພື່ອຈຸດປະສົງການທະຫານຢູ່ທະເລດຳ. ພ້ອມກັນນັ້ນ, ວໍຊິງຕັນ ຈະຊ່ວຍຟື້ນຟູສິດສຳພັດຕະຫຼາດໂລກໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ ແລະ ຝຸ່ນເຄມີຂອງ ລັດເຊຍ ແລະ ຈະສືບຕໍ່ສ້າງເງື່ອນໄຂໃຫ້ບັນດາການເຈລະຈາຢູ່ທັງ 2 ຝ່າຍ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງສັນຕິພາບແບບຍືນຍົງ.