ຖະແຫຼງການໄດ້ຍົກອອກມາໃນສະພາບທີ່ສະພາບຄວາມເຄັ່ງຕຶ້ງພວມເພີ່ມຂຶ້ນຄືນໃໝ່ຢູ່ເຂດ ກາຊາ(ພາບປະກອບ: THX/TTXVN)
|
ວັນທີ 29 ມີນາ, ທ່ານຫົວໜ້າ ຮາມາດສ Khalil al-Hayya ໃຫ້ຮູ້ວ່າ, ກຳລັງນີ້ໄດ້ເຫັນດີຕໍ່ຂໍ້ສະເໜີຢຸດຍິງທີ່ໄດ້ຮັບໃນວັນທີ 27 ມີນາ ຈາກ ອີຢິບ ແລະ ກາຕາ, ເປັນ 2 ປະເທດສວມບົດບາດຄົນກາງໄກເກ່ຍຕົ້ນຕໍໃນບັນດາການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ. ເຖິງຢ່າງໃດກໍ່ຕາມ, ທ່ານ Khalil al-Hayya, ຢືນຢັນວ່າ ຮາມາດສ ຈະບໍ່ຍອມປົດອາວຸດຖ້າຫາກວ່າ ອິດສະຣາແອັນ ສືບຕໍ່ຢຶດຄອງບັນດາເຂດດິນແດນຂອງຊາວ ປາແລັດສະຕິນ.
ໃນບົດກ່າວປາໄສທາງໂທລະພາບ, ທ່ານຫົວໜ້າ ຮາມາດສ ຢັ້ງຢືນວ່າ: 2 ວັນກ່ອນນີ້, ຮາມາສ ໄດ້ຮັບຂໍ້ສະເໜີຈາກບັນດາຝ່າຍເປັນກາງໄກເກ່ຍຢູ່ ອີຢິບ ແລະ ກາຕາ ແລະ ໄດ້ຕັ້ງໜ້າແລກປ່ຽນ ແລະ ເຫັນດີຕໍ່ຂໍ້ສະເໜີນັ້ນ.
ຖະແຫຼງການຂອງທ່ານຫົວໜ້າ ຮາມາດສ ໄດ້ຍົກອອກມາໃນສະພາບທີ່ສະພາບຄວາມເຄັ່ງຕຶ້ງພວມເພີ່ມຂຶ້ນຄືນໃໝ່ຢູ່ເຂດ ກາຊາ, ພາຍຫຼັງທີ່ກອງທັບ ອິດສະຣາແອັນ ເຊື່ອມຕໍ່ບັນດາການເຄື່ອນໄຫວດ້ານການທະຫານຢູ່ເຂດດິນແດນຂອງ ປາແລັດສະຕິນ, ເຮັດໃຫ້ຫຼາຍຄົນເສຍຊີວິດ.

