(ພາບປະກອບ: congthuong.vn)

ຕາມນັ້ນແລ້ວ, ຄາດຄະເນການເຕີບໂຕຂອງ ຫວຽດນາມ ໃນປີ 2024 ໄດ້ຮັບການຍົກສູງຂຶ້ນຢູ່ໃນລະດັບ 6,4% ເມື່ອທຽບໃສ່ລະດັບ 6,0% ທີ່ໄດ້ຄາດຄະເນໃນເມື່ອກ່ອນ; ແລະ ປີ 2025 ເພີ່ມຂຶ້ນ 6,6%. ການເຄື່ອນໄຫວການຄ້າດີກວ່າການຄາດຄະເນ, ການຜະລິດປຸງແຕ່ງ, ຜະລິດສິນຄ້າສົ່ງອອກໄດ້ຮັບການຟື້ນຟູຢ່າງແຮງ ແລະ ເລື່ອງສືບຕໍ່ປະຕິບັດບັນດາມາດຕະການໜູນຊ່ວຍສົກປີການເງິນແມ່ນບັນດາປັດໄຈຊຸກຍູ້ການເຕີບໂຕເສດຖະກິດ.

ໂດຍລວມແລ້ວ, ທະນາຄານ ADB ຄາດຄະເນລະດັບການເຕີບໂຕເສດຖະກິດຂອງ ອາຊີ ແລະ ປາຊີຟິກ ຍັງຄົງມີສະຖຽນລະພາບໃນປີນີ້ ແລະ ປີໜ້າ, ແຕ່ຄາດຄະເນວ່າ ບັນດາການປ່ຽນແປງນະໂຍບາຍຂອງ ອາເມລິກາ ໃນອຳນາດການປົກຄອງໃໝ່ຂອງທ່ານ Donald Trump ຜູ້ຫາກໍ່ໄດ້ຮັບການໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາດຈະສົ່ງຜົນກະທົບຕໍ່ແງ່ຫວັງຍາວນານຂອງພາກພື້ນ.