ທ່ານຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວັນລິກ ຮັບຕໍາແໜ່ງເປັນປະທານ ກອງປະຊຸມ ADMM ແລະ ADMM+

ທ່ານພົນຕີ ເລຮຸຍວິ້ງ ຮອງຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນຫວຽດນາມ ເນ້ັນໜັກວ່າ:

“ກອງປະຊຸມ ADMM ວົງແຄບ ຄັ້ງນີ້ ມີທີ່ຕັ້ງ, ບົດບາດສໍາຄັນພິເສດ. ກອງປະຊຸມນີ້ ແມ່ນເວທີ ເພື່ອໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ດໍາເນີນການປຶກສາຫາລືກ່ຽວກັບບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດ ໃນປີ 2020, ກໍານົດທິດການຮ່ວມມືໃນປີ 2020 ແລະ ຊຸມປີຕໍ່ໄປ. ພ້ອມກັນນັ້ນ, ກອງປະຊຸມດັ່ງກ່າວ ກໍແມ່ນໂອກາດເພື່ອໃຫ້ຫວຽດນາມຢັ້ງຢືນບົດບາດເປັນປະທານໃນການບໍລິຫານ, ປະສານງານໃນການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງບັນດາ ປະເທດ ອາຊຽນ. ກອງປະຊຸມຄັ້ງນີ້ ກໍແມ່ນໂອກາດເພື່ອໃຫ້ຫວຽດນາມໂຄສະນາພາບພົດ, ທີ່ຕັ້ງບົດບາດຂອງປະເທດຊາດ, ຂອງກອງທັບປະຊາຊົນຫວຽດນາມ ມາເຖິງພາກພື້ນ ແລະ ສາກົນ”.

ກອງປະຊຸມ ADMM ວົງແຄບ 2020 ຈະຈັດກອງປະຊຸມເປັນທາງການໃນວັນທີ 19 ກຸມພາ, ເຊິ່ງລວມມີວາລະປະຊຸມຄົບຄະນະ ແລະ ການພົບປະບໍ່ເປັນທາງການລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ກັບ ອົດສະຕາລີ.

ຫົວຂໍ້ຂອງບັນດາກອງປະຊຸມປ້ອງກັນຊາດ - ການທະຫານ ອາຊຽນ ໃນປີ 2020, ລວມທັງ ກອງປະຊຸມ ADMM ວົງແຄບ ຄັ້ງນີ້ ແມ່ນ “ການຮ່ວມມືດ້ານປ້ອງກັນຊາດ ເພື່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.