ພິທິ ໄຂງານວາງສະແດງດ້ວຍຫົວຂໍ້ ““ທົ່ວປວງຊົນລົບລ້າງການກືກໜັງສື - ສ້າງອະນາຄົດປະກາຍແຈ້ງ” (ພາບ: VOV) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ຫໍພິພິທະພັນປະຫວັດສາດແຫ່ງຊາດ ໄດ້ ໄຂງານວາງສະແດງດ້ວຍຫົວຂໍ້ ““ທົ່ວປວງຊົນລົບລ້າງການກືກໜັງສື - ສ້າງອະນາຄົດປະກາຍແຈ້ງ”.
ວັນທີ 8 ກັນຍາ 1945, ລັດຖະບານຊົ່ວຄາວໄດ້ປະກາດໃຊ້ລັດຖະບັນຍັດ ເລກທີ 17 ວ່າດ້ວຍການສ້າງຕັ້ງ ຂະບວນການ ທົ່ວປວງຊົນລົບລ້າງການກຶກໜັງສື, ເປີດສາກໃຫ້ແກ່ຂະບວນການຮ່ຳຮຽນທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ. ປະຊາຊົນນັບລ້ານຄົນໃນທຸກແຖບຖິ່ນຂອງທົ່ວປະເທດ, ບໍ່ວ່າຈະອາຍຸເທົາໃດ, ຊົນຊັ້ນໃດ, ກກໍ່ລ້ວນແຕ່ເຂົ້າຮ່ວມຮຽນໜັງສື ຄືການກະທຳຮັກຊາດ. ຂະບວນການ ດ້ວຍຫົວຂໍ້ ““ທົ່ວປວງຊົນລົບລ້າງການກືກໜັງສື ໄດ້ກາຍເປັນ ທວນໄຟປະກາຍແຈ້ງພູມປັນຍາ, ຫຼໍ່ຫຼອມຈິດໃຈເອກະລາດ ແລະ ຄວາມມຸ່ງຫວັງພັດທະນາໃຫ້ແກ່ທົ່ວປວງຊົນ. ທ່ານປ.ອ ຫງວຽນວັນດວານ, ຜູ້ອຳນວຍການຫໍພິພິທະພັນປະຫວັດສາດແຫ່ງຊາດ ໃຫ້ຮູ້ວ່າ:
ການປະຕິວັດເດືອນສິງຫາ 1945 ແມ່ນຂີດໝາຍພົ້ນເດັ່ນຂອງຊາດ ຫວຽດນາມ, ເປີດສັງກາດເອກະລາດ, ເສລີພາບໃຫ້ແກ່ປະເທດຊາດ. ນັບແຕ່ຈຸດເວລານັ້ນ, ປະທານໂຮ່ຈີມິນ ໄດ້ເລີ່ມຕົ້ນຂະບວນກການທົ່ວປວງຊົນລົບລ້າງໄພກືກໜັງສື, ສະແດງໃຫ້ເຫັນວິໄສທັດອັນເລິກເຊິ່ງກ້ວາງຂວາງ ແລະ ຄວາມມຸ່ງຫວັງພັດທະນາປະເທດຊາດ. ຂະບວນການທົ່ວປວງຊົນລົບລ້າງການກຶກໜັງສື ບໍ່ພຽງແຕ່ແມ່ນການຂົນຂວາຍຮ່ຳຮຽນຕົວໜັງສືເທົ່ານັ້ນ ຫາກຍັງແມ່ນການປຸກລຸກຈິດໃຈພົນລະເມືອງ, ຈິດໃຈບືນຕົວຂຶ້ນ ແລະ ຈິດໃຈສາມັກຄຂອງຊາດອີກດ້ວຍ.

