ການປະທະກັນເກີດຂຶ້ນຢູ່ຫຼາຍບ່ອນຢູ່ເຂດຊາຍແດນລະຫວ່າງ ໄທ ແລະ ກຳປູເຈຍ (ພາບ: ກຳລັງປະກອບອາວຸດ ໄທ) |
ວັນທີ 27 ກໍລະກົດ, ຫ້ອງວ່າການນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ ຄາດວ່າກອງປະຊຸມຈະດຳເນີນໃນວັນທີ 28 ກໍລະກົດ ທີ່ຫ້ອງວ່າການນາຍົກລັດຖະມົນຕີ ມາເລເຊຍ ຢູ່ Kuala Lumpur. ຄະນະຜູ້ແທນ ໄທ ໂດຍທ່ານ ພູມທຳ ເວບຊະນະໄຊ ຜູ້ຮັກສາການນາຍົກລັດຖະມົນຕີ ໄທ ນຳໜ້າດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຂັ້ນສູງ. ໃນຂະນະນັ້ນ, ຕອນຄ່ຳວັນທີ 27 ກໍລະກົດ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ກໍ່ຢັ້ງຢືນຈະນຳໜ້າຄະນະຜູ້ແທນປະເທດນີ້ເຂົ້າຮ່ວມການປຶກສາຫາລືພິເສດຢູ່ນະຄອນຫຼວງ Kuala Lumpur ຂອງ ມາເລເຊຍໃນວັນທີ 28 ກໍລະກົດ ເພື່ອແນໃສ່ຊອກຫາຄວາມອາດສາມາດທີ່ຈະບັນລຸໄດ້ສັນຕິພາບ ຢູ່ເຂດຊາຍແດນກັບ ໄທ. ການນຳກຳປູເຈຍ ກໍ່ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ເປົ້າໝາຍຂອງກອງປະຊຸມແມ່ນບັນລຸໄດ້ຄຳສັ່ງຢຸດຍິງໃນທັນທີ.

