ການພົບປະລະຫວ່າງສອງຝ່າຍ (ພາບ: VOV) |
ສອງຝ່າຍພ້ອມກັນແລກປ່ຽນກ່ຽວກັບບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງ, ທ້ອງຖິ່ນ ຫວຽດນາມ ກັບແຂວງ ຢຸນໜານ ໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ຢຸນໜານ ມີທີ່ຕັ້ງສຳຄັນຍິ່ງໃນການພົວພັນລວມ ຫວຽດນາມ - ຈີນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ຢຸນໜານ ນຳໜ້າໃນການປະຕິບັດຄວາມຮັບຮູ້ລວມຂັ້ນສູງ ແລະ ບັນດາຖະແຫຼງການຮ່ວມ, ເພີ່ມທະວີການພົວພັນແລກປ່ຽນກັບທ້ອງຖິ່ນຕ່າງໆຂອງ ຫວຽດນາມ; ສູ້ຊົນນຳວົງເງິນການຄ້າ ຫວຽດນາມ - ຢຸນໜານ ຂຶ້ນລະດັບ 5 ຕື້ USD, ນຳຢຸນໜານ ແລະ ແຂວງ ລ່າວກາຍ ຂອງ ຫວຽດນາມ ກາຍເປັນສູນເຊື່ອມຕໍ່ແລກປ່ຽນຄ້າຂາຍລະຫວ່າງ ຈີນ ກັບ ອາຊຽນ; ຊຸກຍູ້ການຈັດຕັ້ງຜັນຂະຫຍາຍການທົດລອງຮູບແບບດ່ານຊາຍແດນອັດສະລິຍະ; ເພີ່ມທະວີການສົມທົບໃນວຽກງານດັດສົມການປ່ອຍນ້ຳຖ້ວມ ແລະ ປ້ອງກັນ, ຕ້ານໄພທຳມະຊາດ.
ສ່ວນທ່ານເລຂາຄະນະພັກແຂວງ ຢຸນໜານ ຫວາງໜິງ ຢັ້ງຢືນວ່າ ຢຸນໜານ ພ້ອມແລ້ວທີ່ຈະພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ປະຕິບັດຄວາມຮັບຮູ້ລວມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານເລຂາທິການໃຫຍ່ ໂຕເລິມ ກໍຄືຄຳຊີ້ນຳ, ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ເປັນຢ່າງດີ. ທ່ານເລຂາອົງຄະນະພັກແຂວງ ຢຸນໜານ ຫວາງໜິງ ສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດກ່ຽວກັບພະລັງງານສີຂຽວ, ກະສິກຳ, ການທ່ອງທ່ຽວ; ພ້ອມທັງຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ເສດຖະກິດດ່ານຊາຍແດນ…
ຫວູຄວຽນ

