ທ່ານປະທານປະເທດ ຫວຽດນາມ ເລື່ອງເກືອງ ແລະ ທ່ານປະທານາທິບໍດີ ສາທາລະນະລັດ ສະຫະພັນ ບຣາຊິນ Lula da Silva ປະຕິບັດ ພິທີເຄົາລົບທຸງ
(ພາບ: VGP)

ໂດຍຕອບຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເລື່ອງເກືອງ, ທ່ານປະທານາທິບໍດີ ສາທາລະນະລັດ ສະຫະພັນ ບຣາຊິນ Lula da Silva ໄດ້ມາຢ້ຽມຢາມທາງລັດຖະກິດ ຫວຽດນາມແຕ່ວັນທີ 27 – 29 ມີນາ. ຕອນເຊົ້າວັນທີ 28 ມີນາ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ເລືອງເກືອງ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ສາທາລະນະລັດ ສະຫະພັນ ບຣາຊິນ Lula da Silva

ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເລືອງເກືອງ ແລະ ທ່ານປະທານາທິບໍດີ Lula da Silva ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການພົບປະເຈລະຈາ.

ທີ່ການພົບປະເຈລະຈາພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບບັນດາມາດຕະການແນໃສ່ສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ບຣາຊິນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ໃນນັ້ນ, ກ່ຽວກັບດ້ານເສດຖະກິດ - ການຄ້າ, ການນຳ 2 ທ່ານໄດ້ເຫັນດີຊີ້ນຳບັນດາອົງການທີ່ກ່ຽວຂ້ອງ ເພີ່ມທະວີມາດຕະການສ້າງຄວາມສະດວກໃຫ້ແກ່ການພົວພັນດ້ານການຄ້າ, ການລົງທຶນ 2 ຝ່າຍ.

ທ່ານປະທານາທິບໍດີ ບຣາຊິນ Lula da Silva ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານ ບຣາຊິນ ຕົກລົງເຂົ້າຮ່ວມກຸ່ມກວ່າ 70 ປະເທດທີ່ໄດ້ຮັບຮູ້ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດ. ການນຳ 2 ທ່ານກໍ່ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ຄື: ການປ້ອງກັນຊາດ, ຄວາມໝັ້ນຄົງ, ວິທະຍາສາດ - ເຕັກໂນໂລຊີ, ພະລັງງານທົດແທນ, ວັດທະນະທຳ, ກິລາ ແລະ ການພົບປະແລກປ່ຽນປະຊາຊົນ… 2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ພາຍຫຼັງການພົບປະເຈລະຈາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມ ແລະ ແລກປ່ຽນບັນດາເອກະສານຮ່ວມມື 2 ຝ່າຍ.

ທີ່ການພົບປະກັບສື່ມວນຊົນພາຍຫຼັງການພົບປະເຈລະຈາ, ທ່ານປະທານປະເທດ ເລືອກເກືອງ ໃຫ້ຮູ້ວ່າ, 2 ປະເທດຈະສືບຕໍ່ມານະພະຍາຍາມນຳວົງເງິນການຄ້າໃຫ້ບັນລຸລະດັບ 15 ຕື້ USD ໃນປີ 2030. ທ່ານເຊື່ອໝັ້ນວ່າ, ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຄັ້ງນີ້ຂອງທ່ານປະທານາທິບໍດີ Lula da Silva ໄດ້ປະກອບສ່ວນຫັນເນື້ອໃນ ແລະ ກຳນົດທິດການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ບຣາຊິນ ໃນໄລຍະຈະມາເຖິງ. ທ່ານປະທານປະເທດ ເລືອງເກື່ອງ, ໃຫ້ຮູ້ວ່າ:

“ຂ້າພະເຈົ້າ ແລະ ທ່ານປະທານາທິບໍດີ Lula da Silva ໄດ້ເປັນເອກະພາບຕໍ່ເລື່ອງສືບຕໍ່ຊຸກຍູ້ເປີດກວ້າງການຮ່ວມມື ແລະ ແລກປ່ຽນບົດຮຽນໃນບັນດາຂົງເຂດທີ່ສາມາດເພີ່ມເຕີມໃຫ້ແກ່ກັນ, ຄື: ເຕັກໂນໂລຊີສູງ, ການພັດທະນາສີຂຽວ, ການຫັນເປັນດີຈີຕອນ, ພະລັງງານທົດແທນ ແລະ ນະວັດຕະກຳ. 2 ຝ່າຍໄດ້ເຫັນດີສືບຕໍ່ແລກປ່ຽນ, ເຈລະຈາບັນດາເອກະສານຮ່ວມມືກ່ຽວກັບການໜູນຊ່ວຍດ້ານຍຸຕິທຳ, ອາລັກຂາການລົງທຶນ, ຮ່ວມມືດ້ານເຕັກນິກ, ວີຊາ… ເພື່ອສ້າງເງື່ອນໄຂໃຫ້ແກ່ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດຢ່າງແຮງກວ່າ. ຂ້າພະເຈົ້າຂອບໃຈຕໍ່ທ່ານປະທານາທິບໍດີ Lula da Silva ແລະ ລັດຖະບານ ບຣາຊິນ ໄດ້ຕົກລົງຮັບຮູ້ ຫວຽດນາມ ມີພື້ນຖານເສດຖະກິດການຕະຫຼາດ. ນີ້ແມ່ນບາດກ້າວມີຄວາມໝາຍສຳຄັນເພື່ອຮັບຮູ້ບັນດາຄວາມມານະພະຍາຍາມປ່ຽນແປງໃໝ່, ເຊື່ອມໂຍງຂອງ ຫວຽດນາມ ແລະ ສ້າງຄວາມສະດວກໃຫ້ແກ່ດ້ານການຄ້າ 2 ປະເທດ”.

ສ່ວນທ່ານປະທານາທິບໍດີ Lula da Silva ແຈ້ງໃຫ້ຊາບວ່າ, 2 ຝ່າຍໄດ້ຮັບຮອງເອົາແຜນການກະທຳຢ່າງຮອບດ້ານໃຫ້ແກ່ໄລຍະ 2025 – 2030. ຕາມທ່ານແລ້ວ, ໃນອາຍຸການເປັນປະທານກຸມຕະຫຼາດລວມອາເມລິກາໃຕ້ (MERCOSUR) ຂອງ ບຣາຊິນ ນັບແຕ່ເດືອນ ກໍລະກົດ ຈະມາເຖິງ, ປະເທດນີ້ຈະຊຸກຍູ້ຂໍ້ຕົກລົງສ້າງຄວາມດຸນດ່ຽງກັບ ຫວຽດນາມ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ.

ບັນດາເອກະສານຮ່ວມມືທີ່ 2 ຝ່າຍໄດ້ລົງນາມ, ລວມມີ: ແຜນການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ; ສັນຍາຂັ້ນລັດຖະບານກ່ຽວກັບການແລກປ່ຽນແລະ ປົກປ້ອງຂໍ້ມູນລັບ; ບົດບັນທຶກຊ່ວຍຈຳສ້າງຕັ້ງໜ່ວຍປະຕິບັດງານຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ອຸດສາຫະກຳລະຫວ່າງກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ກະຊວງພັດທະນາອຸດສາຫະກຳ, ການຄ້າ ແລະ ການບໍລິການ ບຣາຊິນ…