ສະພາບການຢູ່ Sagaing (ມຽນມາ) ວັນທີ 1/4/2025 (ພາບ: THX/TTXVN)

ຕາມໜ່ວຍຂໍ້ມູນຂອງສະພາບໍລິຫານແຫ່ງລັດ ມຽນມາ, ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວ ທີ່ເກີດຂຶ້ນກ່ອນນີ້ເກືອບ 2 ອາທິດ ຢູ່ປະເທດນີ້ ໄດ້ເພີ່ມຂຶ້ນ 3.649 ຄົນ, ໃນຂະນະທີ່ມີຜູ້ໄດ້ຮັບບາດເຈັບແມ່ນ 5.018 ຄົນ ແລະ ມີຜູ້ຫາຍສາບສູນ 145 ຄົນ.

ມຽນມາ ໄດ້ສິ້ນສຸດໄລຍະຊອກຫາຜູ້ປະສົບເຄາະຮ້າຍ ແລະ ກ້າວເຂົ້າສູ່ໄລຍະສ້າງສາຄືນໃໝ່ພາຍຫຼັງໄພພິບັດ. ເຖິງຢ່າງໃດກໍຕາມ, ໃນວິວັດທະນາການຟື້ນຟູ ແລະ ສ້າງສາຄືນໃໝ່ ປະເທດນີ້ຕ້ອງປະເຊີນໜ້າກັບຫຼາຍສິ່ງທ້າທາຍໃຫຍ່, ຈາກພື້ນຖານໂຄງລ່າງທີ່ຖືກພັງທະລາຍຢ່າງໜັກໜ່ວງຕະຫຼອດຮອດເງື່ອນໄຂດິນຟ້າອາກາດທີ່ບໍ່ອຳນວຍຄວາມສະດວກ.