ພາບປະກອບ: THX/TTXVN |
ວັນທີ 24 ສິງຫາ, ອົງການສາທາລະນະສຸກ ເຂດກາຊາ ໃຫ້ຮູ້ວ່າ ຍອດຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບໃນ ການປະທະກັນລະຫວ່າງ ອິດສະລາແອັນ ແລະ ຂະບວນການອິດສະລາມ ຮາມາດຢູ່ເຂດກາຊາ ໃນເກືອບ 23 ເດືອນຜ່ານມາ ໄດ້ມີຂຶ້ນເຖິງນັບແສນຄົນ.
ໄລ່ລວມນັບແຕ່ຕົ້ນບັ້ນບຸກໂຈມຕີລວມກຳລັງຂອງ ອິດສະລາແອັນ ເຂົ້າເຂດກາຊາ ໃນວັນທີ 7 ຕຸລາ 2023, ຍອດຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຢູ່ເຂດກາຊາໄດ້ຮັບການຢັ້ງຢືນມີຂຶ້ນເຖິງກ່ວາ 220.000 ຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 62.600 ຄົນ ແລະ ຜູ້ຮັບບາດເຈັບເກືອບ 157.700 ຄົນ. ສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນມີເດັກນ້ອຍ ແລະ ແມ່ຍິງກວມເອົາສ່ວນຫຼາຍ.
ແຈ້ງການຂອງອົງການສາທາລະນະສຸກ ກາຊາ ໃຫ້ຮູ້ວ່າ ໃນວັນທີ 24 ສິງຫາ, ກອງທັບ ອິດສະລາແອັນ ສືບຕໍ່ປະຕິບັດບັນດາເຫດບຸກໂຈມຕີຕື່ມອີກ, ຍິງປຶນໃຫຍ່ແລະ ບຸກໂຈມຕີດ້ວຍທະຫານລາບຢ່າງຮ້າຍແຮງເລັ່ງໃສ່ບັນດາເຂດອື່ນໆຢູ່ເຂດກາຊາ, ໃນນັ້ນມີນະຄອນ ກາຊາ. ບັນດາບັ້ນບຸກໂຈມຕີເຮັດໃຫ້ມີຜູ້ເສຍຊີວິດ 63 ຄົນ ແລະ ຜູ້ຮັບບາດເຈັບກວ່າ 200 ຄົນ.

