(ເຂດວາງສະແດງ) |
ຈະມີຜູ້ແທນຢູ່ພາຍໃນປະເທດ ແລະ ສາກົນປະມານ 6.000 ຄົນ ເຂົ້າຮ່ວມພິທີໄຂ, ພ້ອມກັບປະຊາຊົນນັບໝື່ນເທື່ອຄົນຈະໄປຢ້ຽມຢາມງານວາງສະແດງຜົນງານ 80 ປີແຫ່ງວິວັດການເດີນທາງເພື່ອຄວາມເປັນເອກະລາດ - ເສລີພາບ - ຄວາມຜາສຸກ ຂອງປະເທດ ຫວຽດນາມ ທີ່ຈະຈັດຂຶ້ນແຕ່ວັນທີ 28 ສິງຫາ ຮອດວັນທີ 05 ກັນຍາ, ຢູ່ສູນວາງສະແດງ ຫວຽດນາມ, ກໍຄືເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ (19 ກັນຍາ 1945 – 19 ກັນຍາ 2025) ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ (02 ກັນຍາ 1945 – 02 ກັນຍາ 2025). ນີ້ແມ່ນຂໍ້ມູນໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ປະກາດທີ່ການປະຊຸມຂ່າວທີ່ຈັດຂຶ້ນໃນຕອນບ່າຍວັນທີ 22 ສິງຫາ, ຢູ່ ຮ່າໂນ້ຍ.
ຕາມກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວແລ້ວ, ງານວາງສະແດງດັ່ງກ່າວຈະຖືກໄຂຂຶ້ນຢ່າງເປັນທາງການນັບແຕ່ເວລາ 8 ໂມງ 30 ນາທີ ຂອງວັນທີ 28 ສິງຫາ ແລະ ແກ່ຍາວຮອດວັນທີ 05 ກັນຍາ ຢູ່ທີ່ສູນວາງສະແດງ ຫວຽດນາມ. ເຂົ້າຮ່ວມງານວາງສະແດງມີຮ້ານວາງສະແດງ 34 ຮ້ານທີ່ເປັນເອກະລັກສະເພາະຂອງ 34 ແຂວງ, ນະຄອນ, ບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ແນະນຳຜົນງານການພັດທະນາຂອງ ຫວຽດນາມ ໃນທຸກຂົງເຂດ. ທ່ານ ຕ້າກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ເນັ້ນໜັກວ່າ:
“ນີ້ແມ່ນງານວາງສະແດງເຊິ່ງພວກເຮົາຈະສາມາດໂຄສະນາພາບພົດກ່ຽວກັບຊາວ ຫວຽດນາມ, ປະເທດ ຫວຽດນາມ, ບັນດາຜົນງານຂອງ ຫວຽດນາມ ຕໍ່ກັບເພື່ອນມິດໃນໂລກ, ຕໍ່ກັບປະຊາຊົນຢູ່ພາຍໃນປະເທດໄດ້ຫຼາຍທີ່ສຸດ ໃນໂອກາດວັນຊາດ ທີ 02 ກັນຍານີ້. ຢູ່ທີ່ນີ້ແມ່ນຈຸດເຕົ້າໂຮມ, ສະຖານທີ່ດຶງດູດປະຊາຊົນນະຄອນຫຼວງ, ບັນດາແຂວງ, ນະຄອນມາຢ້ຽມຊົມງານວາງສະແດງເປັນຈຳນວນຫຼາຍ, ຜ່ານນັ້ນ, ກໍໄດ້ແຜ່ກະຈາຍຜົນງານຂອງປະເທດ ຫວຽດນາມ ອີກດ້ວຍ”.

