ວັນທີ 13 ເມສາ, ທ່ານປະທານປະເທດ ຈີນ ສີຈີນຜິງ, ໄດ້ແລກປ່ຽນສານອວຍພອນກັບທ່ານປະທານາທິບໍດີ ອິນໂດເນເຊຍ Prabowo Subianto ເນື່ອງໃນໂອກາດ 2 ປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950 – 2025).

ໃນສານອວຍພອນ, ທ່ານປະທານປະເທດ ສີຈີນຜິງ ເນັ້ນໜັກເຖິງເລື່ອງ ຖືການພົວພັນລະຫວ່າງ 2 ປະເທດເປັນສຳຄັນ ແລະ ຖືເລື່ອງ 2 ປະເທດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນແມ່ນໂອກາດເພື່ອພ້ອມກັບທ່ານປະທານາທີບໍດີ Prabowo Subianto ເຮັດໃຫ້ການຮ່ວມມືຍຸດທະສາດຮອບດ້ານ 2 ຝ່າຍໃຫ້ເລິກເຊິ່ງຂຶ້ນຕື່ມ, ເພີ່ມທະວີການສົມທົບກັນຍຸດທະສາດຫຼາຍຝ່າຍ ແລະ ເຮັດໃຫ້ບັນດາການເຄື່ອນໄຫວປະຊາຄົມມີລັກສະນະທົດສະວັດໃໝ່ໃຫ້ອຸດົມສົມບູນກວ່າເກົ່າ, ກໍຄືຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ.

ສ່ວນທ່ານປະທານາທິບໍດີ Prabowo Subianto ເນັ້ນໜັກວ່າ, ຈີນ ແລະ ອິນໂດເນເຊຍ ມີສາຍພົວພັນມາແຕ່ດົນນານ, ບັນລຸຄວາມກ້າວໜ້າຢ່າງໄວໃນທັງ 5 ເສົາຄ້ຳຮ່ວມມື ກ່ຽວກັບການເມືອງ, ເສດຖະກິດ, ການແລກປ່ຽນວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ, ຄວາມໝັ້ນຄົງ ແລະ ບັນດາບັນຫາໃນການເດີນເຮືອຢູ່ທະເລ.