ຕອນ​ຄ່ຳ​ວັນ​ທີ 13 ເມ​ສາ, ຢູ່​ຫໍ​ວາງ​ແຜນ​ກຳ​ນົດ, ງານ​ຕະຫຼາດ​ນັດ ແລະ ງານ​ວາງ​ສະ​ແດງ​ແຂວງ ກ໋​ວາງ​ນິງ, ໄດ້​ດຳ​ເນີນ​ພິ​ທີ​ອັດ​ງານ​ມະ​ໂຫລານ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ 2026. ເຫດ​ການ​ໄດ້​ສິ້ນ​ສຸດ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ໃນວັນ​ບຸນ​ຂອງ​ຜູ້​ເຮັດ​ວຽກ​ງານ​ກະ​ຈາຍ​ສຽງ​​ທົ່ວ​ປະ​ເທດ​ທີ່​​ຈັດ​ຂຶ້ນ​ແຕ່​ວັນ​ທີ 11 – 13 ເມ​ສາ ຢູ່​ແຂວງ​ກວ໋າງ​ນິງ.

ງານ​ມະ​ໂຫລານ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ XVII ໄດ້​ຮັບ​ບົດ​ປະ​ພັນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເກືອບ 350 ​ບົດ. ທີ່​ພິ​ທີ​ອັດ, ຄະ​ນະ​ຈັດ​ຕັ້ງ​ໄດ້​ເຊີດ​ຊູ​ບັນ​ດາ​ນັກ​ປະ​ພັນ ແລະ ມອບ​ລາງວັນ​ຄຳ 24 ລາງວັນ, ລາງວັນ​ເງິນ 37 ລາງວັນ, ລາງວັນ​ທອງ 71 ລາງວັນ, ລາງວັນ​ຊົມ​ເຊີຍ 60 ລາງວັນ ໃຫ້​ແກ່​ບັນ​ດາ​ບົດ​ປະ​ພັນປະ​ເພດ​ຄື: ລາຍ​ການ​ກະ​ຈາຍ​ສຽງ​ຖ່ຍ​ທອດ​ສົດສົດ, ສາ​ລະ​ຄະ​ດີ, ສາ​ລະ​ຄະ​ດີ​ສືບ​ສວນ, ລາຍ​ການ​ກະ​ຈາຍ​ສຽງ​ພາ​ສາ​ຊົນ​ເຜົ່າ, podcast…. ຕີ​ລາ​ຄາ​ສູງ​ຄຸນ​ນະ​ພາບ​ຂອ​ງ​ບັນ​ດາ​ລາຍ​ການ​ເຂົ້າ​ຮ່ວມ​ການແຂ່ງ​ຂັນໃນ​ປີ​ນີ້, ນັກ​ຂ່າວ ຟ້າມ​ແມັ້ງ​ຮຸ່ງ, ຮອ​ງ​ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ງານ​ມະ​ໂຫລານ​ກະ​ຈາຍ​ສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ XVII ໃຫ້​ຮູ້​ວ່າ ບັນ​ດາບົດ​ປະ​ພັນ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ປີ​ນີ້​ສະ​ແດງ​ໃຫ້​ເຫັນວ່າ​ ​ຄຸ​ນ​ນະ​ພາບ​ເນື້ອ​ໃນ ແລະ ຮູບ​​ການ​ສະ​ແດງໄດ້​ຮັບ​ການ​ຍົກ​ລະ​ດັບ​ຢ່າງ​ຈະ​ແຈ້ງ, ມຸ່ງ​ໄປ​ເຖິງ​ຄວາມ​ໃກ້​ຊິດ, ແທ້​ຈິງ, ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ ແລະ ຕິດ​ແທດ​ກັບ​ຊີ​ວິດ​ປະ​ຈຳ​ວັນ. ບັນ​ດາ​ຫົວ​ໜ່ວຍ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ລ້ວນ​ແຕ່​ຄົ້ນ​ຄ້ວາ, ກະ​ກຽມ​ຢ່າງ​ລະ​ອຽດ ແລະ ຄັດ​ເລືອກ​ບັນ​ດາ​ຫົວ​ຂໍ້​ທີ່​ຮ້ອນ​ເຮັງ, ຕິດ​ພັນ​ກັບ​ບັນ​ດາ​ເຫດ​ການ​ສຳ​ຄັນ​ຍິ່ງ​ຂອງ​ປະ​ເທດ​, ບັນ​ດາ​ບັນ​ຫາ​ສັງ​ຄົມ ທີ່​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ ແລະ ສະ​ແດງ​ໃຫ້​ເຫັນ​ສີ​ສັນ​ຂອງ​ແຕ່​ລະ​ທ້ອ​ງ​ຖິ່ນແຕ່​ລະ​ເຂດ​ພາກ. ຫົວ​ຂໍ້​ອຸດ​ດົມສົມ​ບູນ, ເປັນຫຼາຍ​ຮູບຫຼາຍ​ແບບ ແລະ ມີ​ບັນ​ດາ​ເລື່ອງ​ລາວ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສະ​ເທືອນ​ໃຈ​ກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິດ​ອອກ​ແຮງ​ງານ​ຂອງ​ປະ​ຊາ​ຊົນ, ​ເຂົ້າ​ເຖິງ​ຫົວ​ໃຈ​ຂອງ​ຜູ້​ຟັງ​ຜ່ານ​ບັນ​ດາ​ວຽກ​ງານ ແລະ ການ​ກະ​ກຽມ​ຢ່າງ​ລະ​ອຽດ​ຂອງວິ​ທະ​ຍຸ​​ກະ​ຈາຍ​ສຽງແຫ່ງ​ຕ່າງໆ.