ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ມອບໂອນບົດບາດປະທານ ອາຊຽນ ໃຫ້ແກ່ ບຣູໄນ |
ກ່າວຄຳເຫັນທີ່ພິທີອັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ຢືນຢັນວ່າ ກອງປະຊຸມໄດ້ປະສົບຜົນສຳເລັດຢ່າງຈົບງາມ ອັນໄດ້ປິດປີປະທານອາຊຽນ 2020 ດ້ວຍບັນດາຄວາມທົດສອບຫຼາຍປະການ. ບັນດາການນຳ ອາຊຽນ ໄດ້ແລກປ່ຽນບັນດາມາດຕະການ ຍົກອອກບັນດາການກຳນົດທິດໃຫຍ່ໃຫ້ແກ່ປະຊາຄົມອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ :
“ປີ 2020 ແມ່ນປີທີ່ເຕັມໄປດ້ວຍຄວາມທົດສອບໃນສະພາວະ ໂລກລະບາດ Covid – 19 ພວມຄຸກຄາມ. ພາຍຫຼັງ 5 ທົດສະວັດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ, ອາຊຽນສືບຕໍ່ຢັ້ງຢືນກຳລັງແຮງແຫ່ງນ້ຳໃຈສາມັກຄີ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄວາມສາມາດປັບຕົວໃຫ້ແທດເໝາະຕໍ່ບັນດາສິ່ງທ້າທາຍ. ພວກເຮົາໄດ້ເຫັນດີນຳກັນ ຕໍ່ບັນດາເນື້ອໃນທີ່ສຳຄັນດ ສ້າງກຳລັງໜູນໃໝ່ໃຫ້ສາຍພົວພັນ ອາຊຽນກັບບັນດາຄູ່ຮ່ວມມື; ຢັ້ງຢືນຄຳໝັ້ນສັນຍາຮ່ວມມືຫຼາຍຝ່າຍ; ຮ່ວມສຳພັນຫັນເສດຖະກິດເປັນເສລີ, ແບ່ງປັນບັນດາບັນຫາພາກພື້ນ ແລະ ສາກົນທີ່ພວມເກີດຂຶ້ນ. ພວກເຮົາເຫັນດີຕໍ່ບົດບາດເປັນໃຈກາງຂອງອາຊຽນ ຄວນສືບຕໍ່ຮັກສາ ແລະ ເສີມຂະຫຍາຍ, ຊຸກຍູ້ການເຈລະຈາ, ຮ່ວມມືສະກັດກັ້ນການປະທະກັນດ ສ້າງຄວາມເຊື້ອໝັ້ນ ແລະ ເສີມສ້າງໂຄງສ້າງພາກພື້ນເປີດກ້ວາງ, ໂປ່ງໃສ, ກວມລວມ ແລະ ອີງໃສ່ກົດໝາຍ.
ກອງປະຊຸມສຸດຍອດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແມ່ນສັນຍາການຄ້າ ລະຫວ່າງ 10 ປະເທດສະມາຊິກ ອາຊຽນ ແລະ 6 ປະເທດຄູ່ຮ່ວມມື ເຊິ່ງລວມມີ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕີລີ, ນິວຊີແລັນ ແຕ່ພາຍຫຼັງການເຈລະຈາໃນວັນທີ 4 ພະຈິກ 2019, ອິນເດຍ ໄດ້ຖອນຕົວອອກຈາກສັນຍາສະບັບດັ່ງກ່າວ. ສັນຍາ RCEP ແມ່ນເພື່ອແນໃສ່ເປົ້າໝາຍສ້າງຕັ້ງບັນດາຫຼັກການລວມ ກ່ຽວກັບການຄ້າເອເລັກໂຕນິກ, ການຄ້າ ແລະ ຊັບສິນທາງປັນຍາ.
ສັນຍາສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແມ່ນບັນດການເຄື່ອນໄຫວມີຄວາມໝາຍສຳຄັນເປັນພິເສດ ແລະ ປິດອາຍຸການປະທານ ອາຊຽນ 2020.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

