ຢ່າງໜ້ອຍສຸດມີ 1 ຄົນເສຍຊີວິດ ແລະ 6 ຄົນໄດ້ຮັບບາດເຈັບໃນເຫດຍິງປືນ(ພາບ: Wfmynews2)
|
ຕາມສື່ມວນຊົນ ອາເມລິກາ ແລ້ວ, ຢ່າງໜ້ອຍສຸດມີ 1 ຄົນເສຍຊີວິດ ແລະ 6 ຄົນໄດ້ຮັບບາດເຈັບໃນເຫດຍິງປືນຢູ່ມະຫາວິທະຍາໄລລັດ Florida (FUS) ໃນວັນທີ 17 ເມສາ, ຜູ້ຖືກສົງໄສຖືກຈັບຕົວແລ້ວ. ໃນຈຸດເວລາເກີດເຫດການ, ມີນັກສຶກສາກວ່າ 42.000 ຄົນພວມຮ່ຳຮຽນຢູ່ໃນໂຮງຮຽນ. ໂຮງໝໍ Tallahassee Memorial HealthCare ປະກາດວ່າ, ໄດ້ຮັບຄົນເຈັບ 6 ຄົນ, ໃນນັ້ນມີ 1 ຄົນພວມມີອາການຮ້າຍແຮງ ແລະ ບັນດາຜູ້ທີ່ຍັງເຫຼືອຖືກຮັບບາດເຈັບໜັກ. ກຳລັງທີ່ມີໜ້າທີ່ຮັບຜິດຊອບໄດ້ກວດເຫັນປືນ 3 ອັນ; ປືນໜຶ່ງອັນຊອກເຫັນໃນຕົວຜູ້ຖືກສົງໄສ, ປືນໜຶ່ງອັນແມ່ນຢູ່ໃນລົດໂອໂຕໃກ້ໆນັ້ນ ແລະ ປືນສັ້ນໃນຫໍປະຊຸມນັກສຶກສາ. ນີ້ແມ່ນການໃຊ້ຄວາມຮຸນແຮງດ້ວຍປືນກໍ່ເຮັດໃຫ້ມີຜູ້ເສຍຊີວິດຄັ້ງຫຼ້າສຸດທີ່ເກີດຂຶ້ນຢູ່ໃນໂຮງຮຽນແຫ່ງໜຶ່ງຂອງ ອາເມລິກາ ໃນຊຸມປີມໍ່ໆມານີ້.

