![]() |
ວັນທີ 2 ເມສາ, ຢູ່ ຮຶງອຽນ, ຫ້ອງການປະຈຳການກະຊວງຕຳຫຼວດ ຮັບຜິດຊອບກ່ຽວກັບວຽກງານການຮັກສາສັນຕິພາບ ໄດ້ຈັດການໂອ້ລົມສົນທະນາ “ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ກຳລັງຮັກສາສັນຕິພາບຢູ່ບັນດາຄະນະຮັກສາສັນຕິພາບ ສປຊ ປະຈຳຢູ່ເຂດ Abyei (UNISFA) ແລະ ຄະນະຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ (UNMISS)”.
ນີ້ແມ່ນຫົວຂໍ້ທີ່ມີລັກສະນະສະຖານະການໃນສະພາບການປັດຈຸບັນ, ເມື່ອບັນດາຄະນະຮັກສາສັນຕິພາບຂອງ ສປຊ ເຄື່ອນໄຫວຢູ່ເຂດທີ່ຊ້ອນແຝງຫຼາຍຄວາມສ່ຽງກ່ຽວກັບຄວາມໝັ້ນຄົງ. ທ່ານພັນເອກ ເລກວັກຮຸຍ, ຫ້ອງການປະຈຳການກະຊວງຕຳຫຼວດກ່ຽວກັບການຮັກສາສັນຕິພາບ ສປຊ ເນັ້ນໜັກເຖິງບັນຫາຮັບປະກັນຄວາມສະຫງົບປອດໄພ ໄດ້ຈັດໃຫ້ຢູ່ໃນລະດັບຄວາມສຳຄັນສູງສຸດ. ໃນເງື່ອນໄຂທີ່ເຕັມໄປດ້ວຍສິ່ງທ້າທາຍ, ກຳລັງຕຳຫຼວດຮັກສາສັນຕິພາບ ຫວຽດນາມ ຍາມໃດກໍເສີມຂະຫຍາຍນ້ຳໃຈເປັນເຈົ້າການ, ມີຄວາມຮັບຜິດຊອບ: “ດ້ວຍບົດບາດເປັນທະຫານຄຸ້ມຄອງໂຄງການ ແລະ ອຸປະຖຳ, ພວກຂ້າພະເຈົ້າມີໜ້າທີ່ຊອກຮູ້ບັນດາຄວາມຕ້ອງການຂອງຕຳຫຼວດທ້ອງຖິ່ນ. ຈາກນັ້ນ, ກໍສະເໜີບັນດາໂຄງການໜູນຊ່ວຍໃຫ້ແກ່ຕຳຫຼວດ ຊູດັງໃຕ້. ເປັນເວລາປີເຄິ່ງ ນັບແຕ່ເມື່ອໜ່ວຍງານທຳອິດມານີ້, ພວກຂ້າພະເຈົ້າໄດ້ຮັກສາບັນດາຕຳແໜ່ງວຽກງານຫຼັກແຫຼ່ງໂດຍໄວ ແລະ ມີການປະກອບສ່ວນສຳຄັນ ແລະ ໄດ້ຮັບການຕີລາຄາສູງ”.
ການໂອ້ລົມສົນທະນາຊ່ວຍໃຫ້ບັນດານາຍທະຫານທີ່ກະກຽມເຂົ້າຮ່ວມການເຄື່ອນໄຫວຢູ່ ຄະນະຮັກສາສັນຕິພາບຂອງ ສປຊ ມີມູມມອງຕົວຈິງກ່ຽວກັບບັນດາບັນຫາຄວາມໝັ້ນຄົງ, ຈາກນັ້ນ ກໍຊ່ວຍຍົກສູງຄວາມສາມາດໃນການຮັບມືກັບບັນດາກໍລະນີທີ່ສັບສົນໃນວຽກງານຮັກສາສັນຕິພາບ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ສະຖຽນລະພາບຢູ່ບັນດາຄະນະຮັກສາສັນຕິພາບຂອງ ສປຊ ແລະ ບັນດາພາກພື້ນອື່ນທີ່ພວມຕ້ອງການການຊ່ວຍເຫຼືອຈາກປະຊາຄົມສາກົນ.

