ພາບປະກອບ: REUTERS/Susana Vera |
ບົດລາຍງານຂອງອົງການອຸຕຸນິຍົມ ໂລກ (WMO) ຂຶ້ນກັບ ສປຊ ປະກາດໃນວັນທີ 7 ສິງຫາ ໃຫ້ຮູ້ວ່າ ສະພາບການແດດຮ້ອນຮ້າຍແຮງພວມທຳລາຍຫຼາຍລະດັບສະຖິຕິໃນໂລກ, ໃນຂະນະທີ່ບັນດາເຫດໄຟໄໝ້ປ່າ ແລະ ຄຸນນະພາບຂອງອາກາດ ຕ່ຳເຮັດໃຫ້ວິກິດການຍິ່ງຮ້າຍແຮງຂຶ້ນຕື່ມ. ຕາມບົດລາຍງານຂອງ WMO ແລ້ວ, ອຸນຫະພູມ ຮ້າຍແຮງ ແລະ ແດດຮ້ອນຢູ່ຫຼາຍສະຖານທີ່ໃນໂລກ ໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 489.000 ຄົນ/ປີ ໃນໄລຍະແຕ່ປີ 2000 – 2019, ໃນນັ້ນ 36% ແມ່ນເຫດການເກີດຂຶ້ນຢູ່ເອີລົບ ແລະ 45% ຢູ່ອາຊີ. WMO ໃຫ້ຮູ້ວ່າຍ້ອນອຸນຫະພູມ ໂລກໃນສະຕະວັດທີ 21 ສືບຕໍ່ເພີ່ມຂຶ້ນ, ເດືອນກໍລະກົດປີ 2025 ແມ່ນ ເດືອນກໍລະກົດຮ້ອນຢູ່ລະດັບທີ 3 ໃນປະຫວັດສາດ, ຖັດຈາກລະດູຮ້ອນຂອງປີ 2023 ແລະ 2024.
ໃນສະພາບການນັ້ນ, WMO ພວມມານະພະຍາຍາມເພີ່ມທະວີລະບົບແຈ້ງເຕືອນໂດຍໄວກ່ຽວກັບອຸມຫະພູມ ຕາມຂໍ້ລິເລີ່ມ “ແຈ້ງເຕືອນ ໃຫ້ແກ່ທຸກຄົນໂດຍໄວ”. ອົງການນີ້ກໍ່ພວມຮ່ວມມືກັບບັນດາຄູ່ຮ່ວມມືທົ່ວໂລກ ແລະ ພາກພື້ນ ເພື່ອໜູນຊ່ວຍບັນດາປະເທດສ້າງແຜນການກະທຳປົກປັກຮັກສາສຸຂະພາບ ຕໍ່ສະພາບການອຸນຫະພູມເພີ່ມຂຶ້ນສູງ ແລະ ຮັບປະກັນບັນດາກຸ່ມພົນລະເມືອງໄດ້ຮັບການແຈ້ງເຕືອນຢ່າງທັນການ.

