ເຂດວາງສະແດງດ້ວຍຫົວຂໍ້ “80 ປີ ວິທະຍຸກະຈາຍສຽງ ຫວຽດນາມ ຮ່ວມເດີນທາງພ້ອມກັບປະເທດຊາດ” ໄດ້ຫວນຄືນປະຫວັດສາດ ດ້ວຍບັນດາວັດຖຸພັນທີ່ຕິດພັນກັບປະຫວັດສາດແຫ່ງການສ້າງສາ ແລະ ພັດທະນາຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV). ໃນນັ້ນ, VOV ໄດ້ນຳເອົາກິດຈະກຳລົງຕົວຈິງເຕັກໂນໂລຢີ VR “ຢ້ອນກັບຈຸດເວລາອັນສັກສິດ”, ໂດຍໄດ້ວາດພາບຈຳລອງຈຸດເວລາປະທານ ໂຮ່ຈີມິນ ກ່າວບົດຖະແຫຼງປະກາດເອກະລາດໃນຕອນເຊົ້າວັນທີ 2 ກັນຍາ 1945 ຢູ່ສະໜາມຫຼວງ ບາດິ່ງ. ເອື້ອຍ ຟ້າມທິທູງາ (ອາຍຸ 50 ປີ) ແລະ ລຸງ ດ່າມຊວັນຖັງ (ອາຍຸ 81 ປີ) ຢູ່ຮ່າໂນ້ຍ, ແບ່ງປັນວ່າ:
“ຂ້າພະເຈົ້າເກີດປີ 1975 ເມື່ອປະເທດຊາດໄດ້ຮັບການປົດປ່ອຍແລ້ວ ສະນັ້ນ ພຽງແຕ່ຮູ້ການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ ຜ່ານປຶ້ມ, ໜັງສືພິມ, ເອກະສານເທົ່ານັ້ນ ແຕ່ໄດ້ມາລົງຕົວຈິງຢ້ອນຄືນຈຸດເວລາປະເທດຊາດຍາດໄດ້ເອກະລາດ, ບັນຍາກາດປະທານ ໂຮ່ຈີມິນ ກ່າວບົດຖະແຫຼງປະກາດເອກະລາດນັ້ນ, ຂ້າພະເຈົ້າມີຄວາມຕື້ນຕັນໃຈທີ່ສຸດ. ຂໍຂອບໃຈທາງລາຍການທີ່ໄດ້ອຳນວຍເງື່ອນໄຂໃຫ້ພວກຂ້າພະເຈົ້າໄດ້ຢ້ອນກັບຈຸດເວລາທີ່ປະທັບໃຈນີ້”.
“ຂ້າພະເຈົ້າເຫັນວ່າສຸດຍອດຫຼາຍ, ຮູ້ສຶກວ່າ ເຫດການນັ້ນພວມດຳເນີນຢູ່ຕໍ່ໜ້າເຮົາ. ຖ້າວ່າ ພວກຂ້າພະເຈົ້າບໍ່ມານີ້ ຈະບໍ່ຮູ້ປະຫວັດສາດຂອງປະເທດຊາດ ແລະ ບົດຖະແຫຼງປະກາດເອກະລາດຂອງປະທານ ໂຈ່ຈີມິນ ສັກສິດຄືແນວໃດ. 80 ປີໄດ້ຜ່ານພົ້ນໄປແລ້ວ ແຕ່ບັນດາຄຳເວົ້າຂອງເພິ່ນຍັງດັງກ້ອງວັນວານໃນໃຈຂ້າພະເຈົ້າ. ເມື່ອເຂົ້າຮ່ວມການລົງຕົວຈິງນີ້, ຄົນລຸ້ນໜຸ່ມຈະໄດ້ຫວນຄືນປະຫວັດສາດທີ່ສະຫງ່າອົງອາດຂອງຊາດ.”
Vinh Phong
