(ທີ່ກອງປະຊຸມສຳມະນາ) |
“ແຄງຮ່ວາ - ປະຕິບັດວິໄສທັດນະຄອນຂຶ້ນກັບສູນກາງ - ບຸກທະລຸໃນສັງກາດໃໝ່”, ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາຫົວເລື່ອງສະເພາະ ໂດຍຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ ສົບທົບກັບໜັງສືພິມ ຕຽນຟອງ ຈັດຂຶ້ນຢູ່ເຂດທ່ອງທ່ຽວທາງທິດເໜືອແຫຼມເກາະ ກາມແຣງ, ໃນຕອນເຊົ້າວັນທີ 25 ກໍລະກົດ. ກອງປະຊຸມສຳມະນາແນໃສ່ຕີລາຄາໝາກຜົນໃນວິວັດການປະຕິບັດມະຕິເລກທີ 09 ຂອງກົມການເມືອງ ກ່ຽວກັບການສ້າງສາ ແລະ ພັດທະນາແຂວງ ແຄງຮ່ວາ ຮອດປີ 2030, ວິໄສທັດຮອດປີ 2045; ພ້ອມກັນນັ້ນ, ສະເໜີມາດຕະການແກ້ໄຂບຸກທະລຸເພື່ອຫັນເປົ້າໝາຍສ້າງແຂວງ ແຄງຮວ່າ ໃຫ້ກາຍເປັນນະຄອນຂຶ້ນກັບສູນກາງໃນປີ 2030 ໃຫ້ປະກົດຜົນເປັນຈິງ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເຈິ່ນກວັກນາມ, ປະທານຄະນະກຳມະການປະຊາຊົນແຂວງ ແຄງຮ່ວາ, ຢືນຢັນວ່າ, ເປົ້າໝາຍນຳແຂວງ ແຄງຮ່ວາ ກາຍເປັນນະຄອນຂຶ້ນກັບສູນກາງ ທີ 7 ຂອງທົ່ວປະເທດພວມຄ່ອຍໆປະກົດຜົນເປັນຈິງ.
“ເພື່ອປະຕິບັດຄວາມຄາດຫວັງພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ແຂວງ ແຄງຮ່ວາ ເຫັນໄດ້ 3 ຈຸດອຸດຕັນໃຫຍ່ຕ້ອງແກ້ໄຂ ເພື່ອເພີ່ມຄວາມໄວໃນການພັດທະນາ, ນັ້ນແມ່ນ: ສ້າງພື້ນຖານໂຄງລ່າງຍຸດທະສາດຢ່າງຄົບຊຸດ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນ ແລະ ຕັດສິນໃຈແກ້ໄຂບັນດາກິດຈະກຳ, ໂຄງການທີ່ແກ່ຍາວຢ່າງສຸດຂີດ. ແຂວງ ແຄງຮ່ວາ ພວມມານະພະຍາຍາມ ຜັນຂະຫຍາຍຢ່າງຄົບຊຸດບັນດາໜ້າທີ່ຕາມມະຕິເລກທີ 09 ຂອງກົມການເມືອງ, ມະຕິເລກທີ 01 ຂອງຄະນະພັກແຂວງ ກ່ຽວກັບການເຕີບໂຕເສດຖະກິດ 2 ຕົວເລກ ແລະ ບັນລຸເປົ້າໝາຍກາຍເປັນນະຄອນຂຶ້ນກັບສູນກາງໃນປີ 2030”.

