![]() (ພາບປະກອບ: THX/TTXVN)
|
ວັນທີ 13 ເມສາ, ກຳລັງປ້ອງກັນຕົວພົນລະເມືອງເຂດ ກາຊາ ໃຫ້ຮູ້ວ່າ, ມີຊາວ ປາແລັດສະຕິນ ຢ່າງໜ້ອຍສຸດ 10 ຄົນເສຍຊີວິດໃນບັນດາເຫດບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃສ່ນະຄອນ Deir al- Balah, ໃຈກາງເຂດ ກາຊາ.
ໂຄສົກຂອງກຳລັງດັ່ງກ່າວ Mahmoud Basal, ຊີ້ແຈ້ງລະອຽດວ່າ ມີ 7 ຄົນເສຍຊີວິດໃນເຫດບຸກໂຈມຕີທາງອາກາດແນໃສ່ຍານພາຫະນະພົນລະເມືອງ. ໃນເຫດການອື່ນ, ມີຕຶກອາຄານຢູ່ນະຄອນ Deir al- Balah ກໍຖືກບຸກໂຈມຕີເຮັດໃຫ້ຊາວ ປາແລັດສະຕິນ 3 ຄົນເສຍຊີວິດ.
ຕາມການສະຖິຕິຂອງອົງການສາທາລະນະສຸກເຂດ ກາຊາ ແລ້ວ, ນັບແຕ່ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອັນ ເກີດຂຶ້ນໃນວັນທີ 07 ຕຸລາ 2023, ຈຳນວນຜູ້ເສຍຊີວິດແມ່ນຫຼາຍກວ່າ 116.000 ຄົນ. ຜູ້ເສຍຊີວິດຝ່າຍ ອິດສະຣາແອັນ ແມ່ນປະມານ 1.200 ຄົນ.

