ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ການນຳ ຫວຽດນາມ ໃນການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ (ພາບ: VOV) |
ເມື່ອກ່າວຄຳເຫັນໃນການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ໂຕເລິມ ເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຈະກາຍເປັນຂີດໝາຍໃໝ່ໃນປະຫວັດສາດການພົວພັນມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ສະແດງຄວາມປິຕິຊົມຊື່ນເມື່ອມາຢ້ຽມຢາມ ຫວຽດນາມ - ປະເທດ “ຖານສະຫາຍອ້າຍນ້ອງ”, ໂດຍໃຫ້ຮູ້ວ່າ, ການເລືອກເອົາ ຫວຽດນາມ ເປັນປະເທດທຳອິດໃນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຂອງປີ 2025 ນີ້ ໄດ້ສະແດງໃຫ້ເຫັນຢ່າງຄົບຖ້ວນການຖືເປັນສຳຄັນຂອງພັກ, ລັດ ຈີນ ມີຕໍ່ການພົວພັນ ຈີນ - ຫວຽດນາມ ແລະ ນ້ຳໃຈອັນເລິກເຊິ່ງລະຫວ່າງສອງພັກ.
ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ພັກ, ລັດ ຫວຽດນາມ ຍາມໃດກໍຖືການພັດທະນາການພົວພັນກັບ ຈີນ ເປັນຄຳຮຽກຮ້ອງພາວະວິໄສ, ການເລືອກເຟັ້ນຍຸດທະສາດ ແລະ ບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດສັງລວມຂອງ ຫວຽດນາມ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ໃນການພົບປະເຈລະຈາ (ພາບ: VOV) |
ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຢັ້ງຢືນວ່າ ຈີນ ຢືດໝັ້ນນະໂຍບາຍມິດຕະພາບກັບ ຫວຽດນາມ, ຍາມໃດກໍຖື ຫວຽດນາມ ເປັນທິດທາງບູລິມະສິດໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງ, ຍາມໃດກໍສະໜັບສະໜູນ ຫວຽດນາມ ພັດທະນາຢ່າງວັດທະນາຖາວອນ, ປະຊາຊົນຜາສຸກ.
ໃນບັນຍາກາດອັນມິດຈິດມິດໃຈ, ຈິງໃຈ, ກົງໄປກົງມາ, ການນໍາສອງທ່ານໄດ້ລົງເລິກແລກປ່ຽນກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ບັນດາບັນຫາໃນພາກພື້ນ, ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເຫັນດີຖືວ່າ, ການພົວພັນລະຫວ່າງສອງພັກ, ສອງລັດໃນໄລຍະຜ່ານມາ ມີຫຼາຍບາດກ້າວພັດທະນາຢ່າງກະໂດດຂັ້ນຕາມທິດທາງ “6 ກວ່າ”, ການແລກປ່ຽນຍຸດທະສາດຂັ້ນສູງ ແລະ ທຸກຂັ້ນ ໄດ້ດຳເນີນຢ່າງສະໜິດສະໜົມ, ຮ່ວມມືແທດຈິງໃນບັນດາຂົງເຂດມີຫຼາຍຄວາມຄືບໜ້າ; ພື້ນຖານມິດຕະພາບໄດ້ຮັບການປັບປຸງຢ່າງໝັ້ນແກ່ນກວ່າ, ດ້ວຍຈຸດພົ້ນເດັ່ນຫຼາຍຢ່າງໃນການຮ່ວມມືດ້ານການທ່ອງທ່ຽວ, ການສຶກສາ, ວັດທະນະທຳ, ການພົວພັນແລກປ່ຽນລະຫວ່າງທ້ອງຖິ່ນນຳກັນ.
ການນຳຂັ້ນສູງສອງຝ່າຍເຫັນດີຊີ້ນຳທຸກຂະແໜງການ, ທຸກຂັ້ນ ຕັ້ງໜ້າຊອກຫາແບບວິທີ, ມາດຕະການເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືໃຫ້ສອດຄ່ອງກັບລະດັບໃໝ່ຂອງການພົວພັນ ຫວຽດນາມ - ຈີນ ບົນພື້ນຖານກົດໝາຍສາກົນ; ປະຕິບັດຢ່າງເຂັ້ມງວດຄວາມເຫັນດີເຫັນພ້ອມລະຫວ່າງ ອາຊຽນ ກັບ ຈີນ ໃນການປະຕິບັດ DOC ແລະ ຊຸກຍູ້ບັນລຸໄດ້ COC ໃຫ້ແທດຈິງ, ມີປະສິດທິພາບ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ການນຳສອງທ່ານ (ພາບ: VOV) |
ຕອນຄ່ຳວັນດຽວກັນ, ເມື່ອກ່າວຄຳເຫັນໃນງານລ້ຽງຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ຢ່າງສົມກຽດ ໃນໂອກາດມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ:
“ໃນບັນຍາກາດທີ່ເຕັມໄປດ້ວຍຄວາມໄວ້ເນື້ອເຊື່ອໃຈ, ຄວາມຈິງໃຈ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ພ້ອມກັບຂ້າພະເຈົ້າ ໄດ້ດຳເນີນການພົບປະເຈລະຈາຢ່າງປະສົບຜົນສຳເລັດ ແລະ ບັນລຸໄດ້ຄວາມຮັບຮູ້ລວມຫຼາຍຢ່າງທີ່ສຳຄັນ, ຮອບດ້ານ ກ່ຽວກັບທິດທາງ, ມາດຕະການໃຫຍ່ເພື່ອຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດ ພັດທະນານັບມື້ນັບແທດຈິງ, ຍົກຂຶ້ນສູ່ລະດັບສູງໃໝ່ໃນສັງກາດໃໝ່ທີ່ວັດທະນາຖາວອນ, ພັດທະນາ, ຈະເລີນຮຸ່ງເຮືອງຂອງທັງສອງຊາດພວກເຮົາ. ໝາກຜົນອັນດີງາມນີ້ ພ້ອມກັບບັນດາຄວາມຮັບຮູ້ລວມໃນການເຮັດວຽກລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ກັບການນຳລັດ, ລັດຖະບານ, ສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ເພີ່ມກຳລັງໜູນໃໝ່, ນັບມື້ນັບພັດທະນາ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາຂອງແຕ່ລະປະເທດ, ຕອບສະໜອງຄວາມມຸ່ງຫວັງຂອງປະຊາຊົນສອງປະເທດ”.
ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ເນັ້ນໜັກວ່າ:
“ບົນພື້ນຖານຈຸດເລີ່ມຕົ້ນປະຫວັດສາດໃໝ່, ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ບໍ່ລືມຄວາມມຸ່ງມາດຫວັງມິດຕະພາບໃນເບື້ອງຕົ້ນ ແລະ ພາລະກຳອັນດຽວກັນນັ້ນແມ່ນ ໃກ້ຊິດຕິດແທດກັບເປົ້າໝາຍສັງລວມ 6 ກວ່າ ຊຸກຍູ້ກໍ່ສ້າງປະຊາຄົມພ້ອມກັນແບ່ງປັນອະນາຄົດ ຈີນ - ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ ແລະ ຮ່ວມແຮງຮ່ວມໃຈເດີນຕາມເສັ້ນທາງຫັນເປັນສັງຄົມນິຍົມທັນສະໄໝ, ນຳມາເຊິ່ງຫຼາຍຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ ແລະ ປະກອບສ່ວນໃຫ້ແກ່ການສ້າງ “ປະຊາຄົມພ້ອມກັນແບ່ງປັນອະນາຄົດ” ຂອງມວນມະນຸດ”.
ວັນຫຽວ



