ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ຜູ້ຢູ່ໃຈກາງ) ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຂອງສະພາຄວາມໝັ້ນຄົງ ສປຊ (ພາບ: THX/TTXVN) |
ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 28 ສິງຫາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງຢຸດຍິງຢູ່ເຂດ ກາຊາ, ເປີດກວ້າງຂອບເຂດເຂົ້າເຖິງມະນຸດສະທຳ ແລະ ປ່ອຍອິດສະຫຼະໃຫ້ແກ່ຕົວປະກັນທັງໝົດ, ໃນທ່າມກາງເວລາ ທີ່ດິນແດນຂອງ ປາແລັດສະຕິນ ຕ້ອງປະເຊີນໜ້າກັບການຕໍ່ສູ້ທີ່ນອງເລືອດບັ້ນໃໝ່.
ຕາມທ່ານ Guterres ແລ້ວ, ບັນດາບາດກ້າວທຳອິດຂອງ ອິດສະຣາແອັນ ແນໃສ່ຄວບຄຸມນະຄອນ ກາຊາ ດ້ວຍມາດຕະການທະຫານນັ້ນ ໄດ້ເປັນສັນຍາໃຫ້ແກ່ໄລຍະເຄັ່ງຕຶງໃໝ່ ແລະ ຄວາມອັນຕະລາຍ. ທ່ານກໍກ່າວເຕືອນກ່ຽວກັບບັນດາຜົນຕາມຢ່າງໜັກໜ່ວງອື່ນ, ເມື່ອສຸຂະພາບຂອງສາມັນຊົນນັບຮ້ອຍພັນຄົນ ໄດ້ຕົກເຂົ້າສູ່ສະພາບອາຫານອ່ອນເພຍ ແລະ ບາດເຈັບແລ້ວຈະ ຕ້ອງໄປລົບໄພອີກຄັ້ງໜຶ່ງ, ຍູ້ບັນດາຄອບຄົວຕົກເຂົ້າສູ່ຮອບອັນຕະລາຍທີ່ເລິກກວ່າ. ທ່ານຕີລາຄາວ່າ “ປັດຈຸບັນ ເຂດ ກາຊາ ຖືກປະຫຼັກຫັກພັງ”, “ມີຫຼາຍໆພະຍານຫຼັກຖານກ່ຽວກັບສິ່ງທີ່ອາດເອີ້ນໄດ້ວ່າ ເປັນການກະທຳລະເມີດກົດໝາຍສາກົນຢ່າງຮ້າຍແຮງ”…
ທ່ານເລຂາທິການໃຫຍ່ ສປຊ ຖືວ່າ ໄພອຶດຫິວບໍ່ແມ່ນຄວາມສ່ຽງທີ່ໃກ້ຕົວແລ້ວ, ຫາກແມ່ນວິນາດສະກຳທີ່ພວມມີຢູ່. ດັ່ງນັ້ນ, ອິດສະຣາແອັນ ຕ້ອງມີຄວາມຮັບຜິດຊອບຕໍ່ບັນດາພັນທະຢ່າງຈະແຈ້ງຄື: ຕ້ອງຮັບປະກັນການສະໜອງສະບຽງອາຫານ, ນ້ຳສະອາດ, ຢຸກຢາ ແລະ ບັນດາເຄື່ອງບັນເທົາທຸກອື່ນໆ; ຍອມຮັບ ແລະ ສ້າງເງື່ອນໄຂເປີດກວ້າງການເຄື່ອນໄຫວມະນຸດສະທຳໃຫ້ເຂົ້າເຖິງເຂດ ກາຊາ; ປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນ.

