ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ວາງພວງມາລາໄວ້ອາໄລປະທານ ໂຮ່ຈີມິນ (ພາບ: VOV)

ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ແລະ ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນມິດຕະພາບປະຊາຊົນສອງປະເທດ ຫວຽດນາມ - ຈີນ.

ການນຳສອງປະເທດເຂົ້າຮ່ວມງານລາຍການພົບປະແລກປ່ຽນມິດຕະພາບປະຊາຊົນສອງປະເທດ ຫວຽດນາມ - ຈີນ (ພາບ: VOV)
ກ່າວຄຳເຫັນໃນລາຍການ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ໜຶ່ງໃນບັນດາທິດທາງຮ່ວມມືພື້ນຖານ, ສຳຄັນທີ່ສຸດຂອງການພົວພັນ ຫວຽດນາມ - ຈີນ ແມ່ນປັບປຸງພື້ນຖານສັງຄົມໃຫ້ໝັ້ນແກ່ນກວ່າ”, ເຊິ່ງຄົນລຸ້ນໜຸ່ມສອງປະເທດແມ່ນກຳລັງສວມບົດບາດເປັນແກ່ນສານ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ລາຍການ (ພາບ: VOV)

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ຢັ້ງຢືນວ່າ ການສ້າງປະຊາຄົມພ້ອມກັນແບ່ງປັນອະນາຄົດ ຈີນ - ຫວຽດນາມ ມີຄວາມໝາຍຍຸດທະສາດ ສອດຄ່ອງກັບຜົນປະໂຫຍດລວມຂອງສອງປະເທດ; ພ້ອມທັງເນັ້ນໜັກວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບ ຫວຽດນາມ ຮັກສາການແລກປ່ຽນຍຸດທະສາດຂັ້ນສູງ, ປັບປຸງພື້ນຖານສັງຄົມໃຫ້ໝັ້ນແກ່ນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ກ່າວຄຳເຫັນທີ່ລາຍການ (ພາບ: VOV)

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ປະກາດປຸກລະດົມໂຄງການ “ຂະບວນວິວັດຫວນຄືນປະຫວັດສາດ: ໂອກາດຄົ້ນຄວ້າ ແລະ ຮ່ຳຮຽນຂອງຊາວໜຸ່ມ”.

ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລື່ອງເກື່ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ເຂົ້າຊົມລາຍການວາງສະແດງພາບຖ່າຍ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ.

ແລະ ໃນຕອນເຊົ້າມື້ນີ້, ພາຍໃຕ້ການເປັນສັກຂີພິຍານຂອງທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານເລຂາທິການໃຫຍ່: ປະທານປະເທດຈີນ ສີຈີ້ນຜິງ, ສອງຝ່າຍໄດ້ປຸກລະດົມກົນໄກຮ່ວມມືເສັ້ນທາງລົດໄຟ ຫວຽດນາມ - ຈີນ.

ຫວຽດນາມ ແລະ ຈີນ ລົງນາມໃນເອກະສານຮ່ວມມື 07 ສະບັບ (ພາບ:TTXVN)

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໄດ້ຕິດຕາມບັນດາການນຳພັກ, ລັດຖະບານ ຫວຽດນາມ ເຂົ້າຮ່ວມບັນດາເຫດການສຳຄັນ ແລະ ລົງນາມໃນເອກະສານຮ່ວມມື 07 ສະບັບ ໃນຂົງເຂດທາງລົດໄຟ ແລະ ທາງບົກກັບບັນດາຄູ່ຮ່ວມມື ຈີນ, ໃນນັ້ນ, ມີເອກະສານ 02 ສະບັບແມ່ນສົນທິສັນຍາສາກົນຂັ້ນລັດຖະບານ, ຂໍ້ຕົກລົງ 02 ສະບັບກ່ຽວກັບທຶນ ODA ລະຫວ່າງລັດຖະບານ 2 ປະເທດ ແລະ ຂໍ້ຕົກລົງຂັ້ນກະຊວງ 03 ສະບັບ.