ທ່ານ ເລື່ອງຫງວຽນມິງຈຽດ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນບ່າຍວັນທີ 27 ສິງຫາ, ຄະນະກຳມະການປະຊາຊົນ ດ່ານັ້ງ ໄດ້ສົມທົບກັບກຸ່ມບໍລິສັດ Sun Group ໄດ້ຈັດພິທີເລີ່ມລົງມືກໍ່ສ້າງ, ເລີ່ມຕົ້ນໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດໂຄງປະກອບພື້ນຖານໂຄງລ່າງເຂດມີບົດບາດໜ້າທີ່ ເລກທີ 5, ຂຶ້ນກັບເຂດການຄ້າເສລີ ນະຄອນດ່ານັ້ງ ເຊິ່ງວາງພື້ນຖານໃຫ້ແກ່ການສ້າງເຂດການຄ້າເສລີແຫ່ງທຳອິດຂອງ ຫວຽດນາມ. ເຂດມີບົດບາດໜ້າທີ່ການຄ້າເສລີການບໍລິການຂຶ້ນກັບເລກທີ 5 ຂອງເຂດການຄ້າເສລີ ຕັ້ງຢູ່ຕາແສງ ຮ່ວາວາງ, ຕີນພູບ່ານ່າ. ກ່າວຄຳເຫັນທີ່ເຫດການ, ທ່ານ ເລື່ອງຫງວຽນມິງຈຽດ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ຢັ້ງຢືນວ່າ:

ໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດໂຄງປະກອບພື້ນຖານໂຄງລ່າງເຂດບົດບາດໜ້າທີ່ ເລກທີ 5 ມີຄວາມໝາຍ ເລີ່ມຕົ້ນ ໃຫ້ແກ່ເຂດການຄ້າເສລີນະຄອນດ່ານັ້ງ. ນີ້ແມ່ນໂຄງການທີ່ມີລະດັບຄວາມສຳຄັນພິເສດ, ມີຄວາມໝາຍຍຸດທະສາດ ຕໍ່ການພັດທະນາເສດຖະກິດ ສັງຄົມຂອງນະຄອນ. ດ້ວຍຄວາມໝາຍສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມທີ 2 ກັນຍາ ແລະ ກອງປະຊຸມໃຫຍ່ຜູ້ແທນຄະນະພັກນະຄອນດ່ານັ້ງ ຊຸດທີ XXIII, ອາຍຸການ 2025 – 2030, ບັນດາໂຄງການໄດ້ເລີ່ມລົງມືກໍ່ສ້າງໃນມື້ນີ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງນະຄອນ ແລະ ບັນດານັກລົງທຶນ ໃນການປະຕິບັດການສ້າງດ່ານັ້ງ ກາຍເປັນຕົວເມືອງໃຫຍ່, ນິເວດ, ອັດສະລິຍະ, ມີສີສັນ, ຍືນຍົງ, ມີລະດັບສາກົນໃຫ້ປະກົດຜົນເປັນຈິງ.