ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ປະຕິບັດພິທີເຄົາລົບຫຼັກໝາຍ
(ພາບ: qdnd.vn)

ຕອນເຊົ້າວັນທີ 16 ເມສາ, ຢູ່ເຂດດ່ານຊາຍແດນສາກົນມິດຕະພາບ (ແຂວງ ລ້າງເຊີນ), ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ພ້ອມກັບຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ປະຕິບັດພິທີເຄົາລົບ ແລະ ທາສີຫຼັກໝາຍ 1116, ເປີດສາກໃຫ້ແກ່ບັນດາການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 9.

ໃນວັນທີ 16 ແລະ 17 ເມສາ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານພົນໂທ ຕຸງຈີນ, ລັດຖະມົນຕີກະຊວງປ້ອງກັນ ຈີນ, ເປັນປະທານບັນດາການເຄື່ອນໄຫວພົບປະແລກປ່ຽນ ທີ່ຈັດຂຶ້ນຢູ່ແຂວງ ລ້າງເຊີນ (ຫວຽດນາມ) ແລະ ເຂດປົກຄອງດ້ວຍຕົນເອງ ຈວາງ, ແຂວງ ກວາງສີ (ຈີນ).

ພາຍຫຼັງພິທີສົ່ງຄະນະຜູ້ແທນຈັດຂຶ້ນໃນຕອນເຊົ້າວັນທີ 16 ເມສາ, ຢູ່ດ່ານຊາຍແດນມິດຕະພາບ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໄປແຂວງ ກວາງສີ (ຈີນ), ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດລາຍການ, ລວມມີ: ໄປຢ້ຽມຢາມເຂດທ່ອງທ່ຽວ ຢຽມອີກວາງ; ຢ້ຽມຢາມກອງຮ້ອຍປ້ອງກັນຊາຍແດນດ່ານຊາຍແດນ ຢຽວອີກວານ; ເປັນສັກສີພິຍານທະຫານຊາຍແດນລາດຕະເວນຂອງກອງທັບເຮືອ 2 ປະເທດ ລາຍການທາງໄກກ່ອນດຳເນີນການລາດຕະເວນຮ່ວມ; ຢ້ຽມຢາມໂຮງຮຽນປະຖົມເລກ 4 ນະຄອນ ເຜິງສຽງ (ຈີນ)…