ທ່ານ ຫງວຽນຮ່ວາບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ແລະ ທ່ານ Timur Suleimenov, ຜູ້ວ່າການທະນາຄານສູນກາງ ກາຊັກສະຖານ(ພາບ: VGP)
|
ໃນລາຍການເຮັດວຽກຢູ່ ກາຊັກສະຖານ, ວັນທີ 03 ກຸມພາ, ທ່ານ ຫງວຽນຮ່ວາບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Timur Suleimenov, ຜູ້ວ່າການທະນາຄານສູນກາງ ກາຊັກສະຖານ.
ທີ່ການເຮັດວຽກ, ທ່ານຜູ້ວ່າການທະນາຄານ Timur Suleimenov ໃຫ້ຂໍ້ສັງເກດວ່າ ຫວຽດນາມ ມີໂອກາດສະດວກເພື່ອພັດທະນາສູນການຄ້າ ຍ້ອນພື້ນຖານເສດຖະກິດ ຫວຽດນາມ ພວມຢູ່ໃນທ່າພັດທະນາ ແລະ ມີການພົວພັນກັບຫຼາຍການກຳນົດລະບອບການເງິນສາກົນ.
ສ່ວນທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ໄດ້ຊີ້ນຳທະນາຄານແຫ່ງລັດ ຫວຽດນາມ ສົມທົບກັບທະນາຄານສູນກາງ ກາຊັກສະຖານ ເພື່ອຊຸກຍູ້ການລົງນາມໃນບົດບັນທຶກຊ່ວຍຈຳ (MOU) ວ່າດ້ວຍການຮ່ວມມື ລະຫວ່າງ 2 ທະນາຄານ, ເປີດກວ້າງການຮ່ວມມືໄປສູ່ບັນດາບັນຫາໃໝ່ເຊິ່ງກ່ອນນີ້ຍັງບໍ່ທັນມີໃນຂອບເຂດ MOU ສະບັບເກົ່າທີ່ທະນາຄານ 2 ຝ່າຍໄດ້ລົງນາມເມື່ອປີ 2012, ຄື: fintech, ສູນການເງິນສາກົນ…
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

