ພາບປະກອບ: VOV |
ຕອນບ່າຍວັນທີ 12 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມ ຊາວໜຸ່ມຄົນພິການຫວຽດນາມ ສົມທົບກັບ Microsoft ຫວຽດນາມ ໄດ້ຈັດໂຄງການ “ປຸກລະດົມຂະບວນການ “ທົ່ວປວງຊົນລົບລ້າງການກຶກດີຈີຕອນ” ໃຫ້ແກ່ຊາວໜຸ່ມຄົນພິການຫວຽດນາມ. ຜ່ານການຜັນຂະຫຍາຍຂະບວນການ “ທົ່ວປວງຊົນລົບລ້າງການກຶກດີຈີຕອນ” ໃຫ້ແກ່ຊາວໜຸ່ມຄົນພິການ, ດ້ວຍການໜູນຊ່ວຍຂອງ Microsoft, ສະມາຄົມຊາວໜຸ່ມຄົນພິການ ຫວຽດນາມ ປາດຖະໜາຢາກຊ່ວຍຄົນພິການປະຕິບັດວຽກງານ ແລະ ການດຳລົງຊີວິດ ໃຫ້ດີທີ່ສຸດ, ຍົກສູງຄວາມຮັບຮູ້, ທັກສະດ້ານເຕັກໂນໂລຢີ. ທ່ານຟ້າມວັນແທັງ, ປະທານສະມາຄົມຊາວໜຸ່ມຄົນພິການ ຫວຽດນາມ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າຈະຈັດຕັ້ງບັນດາຊຸດຝືກອົບຮົບແບບເຊິ່ງໜ້າ ແລະ ທາງໄກໃນໄລຍະ 3 ເດືອນຈະມາເຖິງ.ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າກໍຈະສົມທົບກັບບັນດາຫົວໜ່ວຍທີ່ມີພື້ນຖານ, ພວກເພື່ອນສາມາດໄດ້ຮ່ຳຮຽນການນຳໃຊ້ປັນຍາປະດິດ ແລະ ບັນດາພື້ນຖານຕ້ານການສໍ້ໂກງຍາມໃດກໍ່ອັບເດດຂໍ້ມູນກ່ຽວກັບຄວາມປອດໄພທາງຂໍ້ມູນ, ຮັກສາຄວາມລັບຂໍ້ມູນ ກໍຄືບັນດາລາຍການບຳລຸງສ້າງແບບເຊິ່ງໜ້າ ຈະຊ່ວຍໃຫ້ຂະບວນການທົ່ວປວງຊົນລົບລ້າງການກຶກດີຈີຕອນ ທີ່ສະຫງວນໃຫ້ແກ່ຊາວໜຸ່ມຄົນພິການຫວຽດນາມ ມີປະສິດທິຜົນ.

