ຮ້ານວາງສະແດງກາເຟຂອງ ຫວຽດນາມ ຢູ່ງານວາງສະແດງຕະຫຼາດນັດ ExpoCafe 2025 (ພາບ: TTXVN) |
ໃນລະຫວ່າງວັນທີ 19 – 20 ກໍລະກົດ (ຕາມເວລາທ້ອງຖິ່ນ), ສະຖານທູດ ຫວຽດນາມ ປະຈຳ ຈີເລ ໄດ້ເຂົ້າຮ່ວມງານຕະຫຼາດນັດ ExpoCafe 2025 ທີ່ໄດ້ຈັດຂຶ້ນຢູ່ງານວາງສະແດງ Espacio Riesco, ນະຄອນຫຼວງ Santiago. ນີ້ແມ່ນຄັ້ງທຳອິດທີ່ກາເຟ ຫວຽດນາມ ມີໜ້າຢູ່ງານຕະຫຼາດນັດກາເຟໃຫຍ່ທີ່ສຸດ ຢູ່ຈີເລ ແລະ ພາກພື້ນອາເມລິກາໃຕ້. ຢູ່ຮ້ານວາງສະແດງ ຫວຽດນາມມີຜະລິດຕະພັນກາເຟຫຼາຍປະເພດທີ່ເປັນເອກະລັກສະເພາະ ທີ່ໄດ້ແນະນຳລວມມີກາເຟ robusta, arabica... ຕາມທ່ານນາງ ໂງທູເຮືອງ, ທີ່ປຶກສາຝ່າຍການຄ້າ ຫວຽດນາມ ປະຈຳ ຈີເລແລ້ວ, ການປະກົດຕົວຂອງກາເຟຫວຽດນາມຢູ່ງານຕະຫຼາດນັດຄັ້ງນີ້ ແມ່ນໂອກາດຍຸດທະສາດເພື່ອໂຄສະນາກາເຟຫວຽດນາມ ໄປຍັງພາກພື້ນທີ່ມີມູນເຊື້ອບໍລິໂພກ ກາເຟຍາວນານ ແລະ ມີຄວາມສາມາດບົ່ມຊ້ອນພັດທະນາທີ່ໃຫຍ່ຫຼວງ.
ປັດຈຸບັນ, ຫວຽດນາມແມ່ນປະເທດຜະລິດກາເຟໃຫຍ່ອັນດັບທີ 2 ໃນໂລກ, ດ້ວຍສະມັດຕະພາບປະມານ 2 ລ້ານໂຕນຕໍ່ປີ, ກວມເອົາ 15% ຫາ 18%ຍອດປະລິມານທົ່ວໂລກ. ບັນດາຜະລິດຕະພັນກາເຟຫວຽດນາມ ພວມປະກົດຕົວຢູ່ກ່ວາ 80 ປະເທດ, ໃນນັ້ນມີບັນດາຕະຫຼາດໃຫຍ່ຄື: ເອີລົບ, ອາເມລິກາ, ຍີ່ປຸ່ນ, ລັດເຊຍ, ອັງກິດ ແລະ ການາດາ.

