ນີ້ແມ່ນຄັ້ງທຳອິດທິມບານສົ່ງຍິງ ຫວຽດນາມ ໄດ້ແຂ່ງຂັນໃນເວທີແຂ່ງຂັນກິລາຂອງໂລກ
(ພາບປະກອບ: AVC)

ວັນທີ 20 ສິງຫາ, ທິມບານສົ່ງຍິງ ຫວຽດນາມ ເດີນທາງໄປ ພູເກດ, ປະເທດ ໄທ ເພື່ອເຂົ້າຮ່ວມງານແຂ່ງຂັນຊິງແຊັມແຂ່ງຂັນບານສົ່ງໂລກ 2025 (FIVB Volleyball Women’s World Championship 2025), ຈັດຂຶ້ນແຕ່ວັນທີ 22 ສິງຫາ ຮອດວັນທີ 07 ກັນຍາ.

ງານແຂ່ງຂັນດັ່ງກ່າວໂດຍມີການເຂົ້າຮ່ວມຂອງ 32 ທິມ, ແບ່ງປັນ 8 ສາຍ. ທິມກິລາບານສົ່ງ ຫວຽດນາມ ຖືກຈັດຢູ່ສາຍ G, ພ້ອມກັບບັນດາທິມບານສົ່ງຂອງ: ໂປໂລຍ (ຢືນອັນດັບທີ 3 ໃນໂລກ), ເຢຍລະມັນ (ຢືນອັນດັບທີ 11 ຂອງໂລກ) ແລະ ແກນຢາ (ຢືນອັນກັບທີ 22 ຂອງໂລກ). ຕາມຕາຕະລາງການແຂ່ງຂັນ, ທິມກິລາ ຫວຽດນາມ ໄດ້ແຂ່ງຂັນກັບທິມ ໂປໂລຍ ໃນວັນທີ 23 ສິງຫາ, ແຂ່ງຂັນກັບ ເຢຍລະມັນ ໃນວັນທີ 25 ສິງຫາ ແລະ ແກນຢາ ໃນວັນທີ 27 ສິງຫາ.

ນີ້ແມ່ນຄັ້ງທຳອິດ ແລະ ກໍ່ແມ່ນໂອກາດເພື່ອໃຫ້ທິມບານສົ່ງຍິງ ຫວຽດນາມ ໄດ້ແຂ່ງຂັນໃນເວທີແຂ່ງຂັນກິລາຂອງໂລກ, ຜ່ານນັ້ນສະສົມປະສົບການ, ພັດທະນາວິຊາສະເພາະເພື່ອກະກຽມໃຫ້ແກ່ເປົ້າໝາຍໃຫຍ່ທ່ີສຸດໃນປີແມ່ນ SEA Games 33 ຈັດຂຶ້ນຢູ່ ໄທ ໃນເດືອນ ທັນວາ 2025.