ສະຫະພາບເອີລົບ (EU) ໄດ້ນຳ ນີເຈຣີ ອອກຈາກບັນຊີລາຍຊື່ບັນດາປະເທດທີສາມທີ່ມີຄວາມສ່ຽງກ່ຽວກັບການປ້ອງກັນຕ້ານການຝອກເງິນ ແລະ ອຸປະຖຳ ກໍການຮ້າຍ (AML/CFT), ສ້າງຂີດໝາຍກ້າວເດີນສຳຄັນໃນຄວາມມານະພະຍາຍາມຍົກສູງລັກສະນະໂປງໃສດ້ານການເງິນ ແລະ ອິດທິພົນຊື່ສຽງສາກົນ ຂອງປະເທດອາບຟຼິກການີ້. ຂໍ້ຕົກລົງໂດຍຄະນະກຳມະການເອີລົບ (EC) ຍົກອອກມາພາຍຫຼັງຮັບຮູ້ບັນດາການປັບປຸງຫຼາຍພໍສົມຄວນຂອງນິເຈຣີໃນການແກ້ໄຂບັນດາຄວາມຜຸດຜ່ອງ ດ້ານເຕັກນິກ ແລະ ຍຸດທະສາດໃນຂອບເຂດ AML/CFT. ລັດຖະບານ ນີເຈຣີ ໄດ້ສະແດງຄວາມຊົມເຊີຍການກະທຳຂອງ EU, ຕີລາຄາການຕັດສິນນີ້ຈະຊ່ວຍໂຍະຍານບັນດາຄວາມຮຽກຮ້ອງຕ້ອງການປະເມີນການເພີ່ມທະວີ ການແລກປ່ຽນຄ້າຂາຍກັບບັນດາຄູ່ຮ່ວມມືເອີລົບ, ປັບປຸງການພົວພັນທະນາຄານ, ຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນ ແລະ ຊຸກຍູ້ນີເຈຣີ ເຊື່ອມໂຍງເຂົ້າກັບລະບົບການເງິນທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງກວ່າ.
EU ນຳນີເຈຣີ ອອກຈາກບັນຊີລາຍຊື່ບັນດາປະເທດມີຄວາມສ່ຽງສູງກ່ຽວກັບການຝອກເງິນ ແລະ ອຸປະຖຳກໍການຮ້າຍ.
(VOVWORLD) - ຕົກລົງໂດຍຄະນະກຳມະການເອີລົບ (EC) ຍົກອອກມາພາຍຫຼັງຮັບຮູ້ບັນດາການປັບປຸງຫຼາຍພໍສົມຄວນຂອງນິເຈຣີໃນການແກ້ໄຂບັນດາຄວາມຜຸດຜ່ອງ ດ້ານເຕັກນິກ ແລະ ຍຸດທະສາດໃນຂອບເຂດ AML/CFT.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
