ເຮືອບັກ M/V Trisha Kerstin 3 ພວມເດີນທາງຈາກນະຄອນທ່າກຳປັ່ນ Zamboanga ໄປເກາະ Jolo (ແຂວງ Sulu) ເກີດບັນຫາດ້ານເຕັກນິກ ແລະ ຖືກຈົມນ້ຳໃກ້ກັບແຂວງ Basilan. ບາງແຫ່ຼງຂ່າວໃຫ້ຮູ້ວ່າ ເຮືອບັກທີ່ຖືກຈົມນ້ຳພວມຂົນສົ່ງຜູ້ໂດຍສານ 332 ຄົນ ແລະ ລູກເຮືອ 27 ຄົນ. ເຈົ້າຄອງເທດສະບານ Arsina Laja Kahing-Nanoh ໃຫ້ຮູ້ວ່າ ມາຮອດປະຈຸບັນມີຢ່າງໜ້ອຍສຸດ 8 ຄົນເສຍຊີວິດ. ກຳລັງກູ້ໄພກູ້ຊີບແຈ້ງໃຫ້ຊາບວ່າ ໄດ້ກູ້ເອົາຊີວິດຂອງກວ່າ 200 ຄົນ. ການເຄື່ອນໄຫວຊອກຫາກູ້ໄພກູ້ຊີບໂດຍກຳລັງທະຫານເຮືອ ຟີລິບປິນ ສົມທົບກັບບັນດາກຳປັ່ນພົນລະເຮືອນປະຕິບັດໃນເງື່ອນໄຂດິນຟ້າອາກາດອຳນວຍຄວາມສະດວກ.
ເຮືອບັກບັນທຸກຜູ້ໂດຍສານກວ່າ 350 ຄົນຢູ່ ຟີລິບປິນຖືກຈົມນ້ຳ, ເຮັດໃຫ້ 8 ຄົນເສຍຊີວິດ
(VOVWORLD) - ເຮືອບັກບັນທຸກຜູ້ໂດຍສານປະມານ 350 ຄົນ ແລະ ລູກເຮືອຖືກຈົມນ້ຳຢູ່ເຂດທະເລທາງພາກໃຕ້ ຟີລິບປິນ ໃນຕອນເຊົ້າວັນທີ 26 ມັງກອນ, ເຮັດໃຫ້ຢ່າງໜ້ອຍສຸດ 8 ຄົນເສຍຊີວິດ, ແລະ ປະຈຸບັນວຽກງານກູ້ໄພກູ້ຊີບພວມຮີບເຮັງປະຕິບັດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
