(ບັນດາຜູ້ແທນເຂົ້າຮ່ວມ Festival) |
ມີໄວໜຸ່ມ, ຊາວໜຸ່ມ ຫວຽດນາມ ກວ່າ 120 ຄົນທີ່ມາຈາກ 14 ປະເທດ ເອີລົບ ໄດ້ເຕົ້າໂຮມກັນໃນ Festival ໄວໜຸ່ມ, ຊາວໜຸ່ມ ຫວຽດນາມ ຢູ່ ເອີລົບ ຄັ້ງທີ 11 ຫາກໍ່ຈັດຂຶ້ນຢູ່ນະຄອນຫຼວງ Budapest, ປະເທດ ຮຸງກາຣີ. ເຫດການໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຮຸງກາຣີ ແລະ ວັນມູນເຊື້ອນັກຮຽນ, ນັກສຶກສາ ຫວຽດນາມ.
ບັນດາເພື່ອນໜຸ່ມໄດ້ເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງ, ຄື: ໄປຢ້ຽມຊົມບັນດາເຂດມໍລະດົກວັດທະນະທຳ - ປະຫວັດສາດຢູ່ Budapest, ຈັດງານພົບປະແລກປ່ຽນສະແດງສິລະປະ, ຈັດການໂອ້ລົມສົນທະນາຫົວເລື່ອງສະເພາະກ່ຽວກັບການເຊື່ອມໂຍງ, ເລີ່ມຕົ້ນທຸລະກີດ, ເພີ່ມທະວີການຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ ຫວຽດນາມ ຢູ່ຕ່າງປະເທດ… ນອກນັ້ນ, ບັນດາການເຄື່ອນໄຫວຍັງປະກອບສ່ວນໂຄສະນາພາບພົດ, ມະນຸດ, ວັດທະນະທຳ ຫວຽດນາມ ເຖິງເພື່ອນມິດສາກົນ, ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ.

