ວັນທີ 22 ມັງກອນ, ໃນການຖະແຫຼງຂ່າວຢູ່ເມືອງເອກ Nuuk ຂອງ Greenland, ທ່ານ Jens-Frederik Nielsen ນາຍົກລັດຖະມົນຕີ Greenland, ໃຫ້ຮູ້ວ່າ ເຂດດິນແດນປົກຄອງດ້ວຍຕົນເອງຂຶ້ນກັບ ແດນມາກ ມີຄວາມປາດຖະໜາດຳເນີນ “ການເຈລະຈາສັນຕິພາບ” ກັບ ອາເມລິກາ ພ້ອມທັງເນັ້ນໜັກວ່າ ປັດຈຸບັນ Greenland ຢາກສືບຕໍ່ສ່ວນໜຶ່ງຂອງ ແດນມາກ. ນາຍົກລັດຖະມົນຕີ Nielsen ກໍໃຫ້ຮູ້ວ່າ ປັດຈຸບັນທ່ານຍັງບໍ່ທັນຮູ້ຂໍ້ມູນຫຍັງກ່ຽວກັບ “ກອບຂໍ້ຕົກລົງ” ກ່ຽວກັບ Greenland ເຊິ່ງທ່ານປະທານາທິບໍດີ Donald Trump ໄດ້ຖະແຫຼງໃນວັນທີ 21 ມັງກອນ ກັບ ທ່ານ Mark Rutte ເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO)ວ່າ ບັນລຸໄດ້ແລ້ວ.
ທ່ານ Nielsen ຢັ້ງຢືນວ່າ ບໍ່ມີຂໍ້ຕົກລົງໃດທີ່ກ່ຽວຂ້ອງເຖິງ Greenland ສາມາດ ລົງນາມໄດ້ ຖ້າບໍ່ມີການເຂົ້າຮ່ວມຂອງອຳນາດການປົກຄອງ Greenland ແລະ ລັດຖະບານ ແດນມາກ. ທ່ານເນັ້ນໜັກວ່າ ບໍ່ວ່າຂໍ້ຕົກລົງໃດກໍຕ້ອງເຄົາລົບ “ບັນດາເສັ້ນຂີດແດງ” ຂອງ Greenland, ລວມມີອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງເຂດດິນແດນນີ້.
ຖະແຫຼງການຂອງທ່ານນາຍົກລັດຖະມົນຕີ Greenland ໄດ້ຍົກອອກມາໃນສະພາບ ກ່ອນໜ້ານັ້ນ, ວັນທີ 22 ມັງກອນ, ທ່ານ ປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ອາເມລິກາ ຈະມີສິດເຂົ້າຫາເກາະ Greenland ໄດ້ຢ່າງສິ້ນເຊີງຕາມຂໍ້ຕົກລົງລະຫວ່າງທ່ານ ແລະ ທ່ານ Mark Rutte ເລຂາທິການໃຫຍ່ NATO.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
