ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ມອບຫຼຽນໄຊມິດຕະພາບໃຫ້ແກ່ຫໍພິພິທະພັນ ໄກສອນ ພົມວິຫານ (ພາບ: TTXVN) |
ຕອນເຊົ້າວັນທີ 7 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ຕາງໜ້າພັກ ແລະ ລັດ ຫວຽດນາມ ມອບຫຼຽນໄຊມິດຕະພາບໃຫ້ແກ່ຫໍພິພິທະພັນ ໄກສອນ ພົມວິຫານ, ຍ້ອນບັນດາຜົນງານ ແລະ ການອຸທິດສ່ວນອັນ ໃຫຍ່ຫຼວງເຂົ້າໃນການເຊີດຊູປະທານໂຮ່ຈີມີນ, ນັກວິລະຊົນປົດປ່ອຍຊາດ ຫວຽດນາມ, ພ້ອມທັງແມ່ນນັກວັດທະນະທຳທີ່ດີເລີດຂອງໂລກ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ຕີລາຄາສູງ ຫໍພິພິທະພັນໄກສອນ ພົມວິຫານ ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າໃນການເຊີດຊູປະທານໂຮ່ຈີມິນ, ພ້ອມທັງສະແດງຄວາມຫວັງໃຫ້ຫໍພິພິທະພັນ ໄກສອນ ພົມວິຫານສືບຕໍ່ເສີມຂະຫຍາຍການປະຕິບັດວຽກງານນີ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງໃຫ້ແກ່ນ້ຳໃຈສາມັກຄີແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ.
ໂດຍຕາງໜ້າກົມພິພິທະພັນໄກສອນ ພົມວິຫານ ແລະ ຮ່ອງຮອຍສະຖານການນຳປະຕິວັດ ລາວ ທີ່ໄດ້ຮັບຫຼຽນໄຊມິດຕະພາບຂອງປະທານປະເທດ ຫວຽດນາມ, ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ສະແດງຄວາມເປັນກຽດເມື່ອຫໍພິພິທະພັນໄກສອນ ພົມວິຫານໄດ້ຮັບຫຼຽນໄຊມິດຕະພາບຈາກລັດ ຫວຽດນາມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

