ກອງປະຊຸມ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII

ມີພະນັກງານ, ສະມາຊິກພັກ ແລະ ປະຊາຊົນເປັນຈຳນວນຫຼາຍຖືວ່າ ນີ້ແມ່ນກອງປະຊຸມຄັ້ງປະຫວັດສາດ, ປຶກສາຫາລືບັນດານະໂຍບາຍຕັດສິນປະຫວັດສາດໃນໄລຍະປະຕິວັດໃໝ່ຂອງປະເທດຊາດ. ສິ່ງທີ່ເປັນໜ້າສົນໃຈ, ສູນກາງໄດ້ປຶກສາຫາລື ແລະ ຕັດສິນການປະຕິຮູບລະບົບການເມືອງຢ່າງຮອບດ້ານ, ຈຸດສຸມແມ່ນປະຕິຮູບພື້ນຖານການປົກຄອງແຫ່ງຊາດ, ສັບຊ້ອນລະບົບການບໍລິຫານທຸກຂັ້ນໃຫ້ກະທັດລັດລົງ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ ແລະ ທັນສະໄໝ, ພ້ອມທັງຄິດໄລ່ເຖິງການແຕ່ງຕັ້ງຖັນແຖນພະນັກງານຂອງທົ່ວລະບົບການເມືອງ…

ທ່ານ ປ.ອ ດັ້ງມີແຮັ້ງ, ພະແນກພິມຈຳໜ່າຍ, ສະຖາບັນສື່ມວນຊົນ ແລະ ໂຄສະນາ ໄດ້ຕີລາຄາສູງບັນດາການຕັດສິນຂອງສູນກາງ ກ່ຽວກັບການປັບປຸງການຈັດຕັ້ງກົງຈັກຂອງລະບົບການເມືອງ, ປັບປຸງຫົວໜ່ວຍບໍລິຫານ ແລະ ອົງການປົກຄອງທ້ອງຖິ່ນ ສອງຂັ້ນ. ຈຳນວນຫົວໜ່ວຍບໍລິຫານຂັ້ນແຂວງພາຍຫຼັງປັບປຸງແມ່ນຍັງເຫຼືອ 34 ແຂວງ, ນະຄອນ ແລະ ບໍ່ມີຂັ້ນເມືອງ. ສະມາຊິກພັກ ແລະ ປະຊາຊົນເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ດ້ວຍພື້ນຖານໂຄງລ່າງຖະໜົນຫົນທາງ, ພາຫະນະຄົມມະນາຄົມມີຄວາມສະດວກຫຼາຍ, ພ້ອມກັບອຳນາດການປົກຄອງດີຈີຕອນ ຈະຊ່ວຍການປະຕິບັດລະບຽບການບໍລິຫານລະຫວ່າງ ອຳນາດການປົກຄອງ ແລະ ປະຊາຊົນມີຄວາມສະດວກກ່ວາເກົ່າ…

ຕາມພະນັກງານ, ສະມາຊິກ ແລະ ປະຊາຊົນແລ້ວ, ກອງປະຊຸມຄັ້ງທີ 11 ຂອງ ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ປະສົບຜົນສຳເລັດໃນການຫັນມະຕິເລກທີ 18 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII, ປ່ຽນແປງໃໝ່, ສ້າງ ແລະ ພັດທະນາໂຄງປະກອບລະບົບການເມືອງ, ພື້ນຖານປົກຄອງແຫ່ງຊາດ, ສ້າງກົງຈັກ ແລະ ຖັນແຖນພະນັກງານ, ພາລະກອນ… ສົມກັບຂອບຂະໜາດ, ຄວາມໄວໃນການປ່ຽນແປງໃໝ່, ໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່ ແລະ ເໝາະສົມກັບທ່າອ່ຽງຂອງຍຸກສະໄໝ.