ວັນທີ 12 ມີນາ, ຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ ທ່ານ Yoshimasa Hayashi ໄດ້ສະແດງຄວາມເສຍດາຍກ່ຽວກັບຂໍ້ຕົກລົງຈັດວາງອັດຕາພາສີຫຼ້າສຸດຂອງ ອາເມລິກາ ເຊິ່ງບໍ່ມີການຍົກເວັ້ນໃຫ້ແກ່ ຍີ່ປຸ່ນ; ພ້ອມທັງກ່າວເຕືອນກ່ຽວກັບບັນດາຂໍ້ຈຳກັດດ້ານການຄ້າໃນວົງກວ້າງອາດຈະຖືກຜົນກະທົບຫຼາຍພໍສົມຄວນຕໍ່ການພົວພັນເສດຖະກິດ ຍີ່ປຸ່ນ - ອາເມລິກາ, ພື້ນຖານເສດຖະກິດທົ່ວໂລກ ແລະ ລະບົບການຄ້າຫຼາຍຝ່າຍ. ຄຳປາໄສດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ ອາເມລິກາ ຕັດສິນໃຈຈັດວາງອັດຕາພາສີ 25% ສຳລັບທຸກປະເພດສິນຄ້າເຫຼັກກ້າ ແລະ ອາລູມີນຽມນຳເຂົ້າ ນັບແຕ່ວັນທີ 12 ມີນາ.
ກໍໃນວັນດຽວກັນ, ທ່ານ Jonathan Reynolds ລັດຖະມົນຕີຮັບຜິດຊອບການດຳເນີນທຸລະກິດ ແລະ ການຄ້າ ອັງກິດ ໄດ້ຖະແຫຼງວ່າ ເລື່ອງ ອາເມລິກາ ຈັດວາງອັດຕາພາສີ 25% ສຳລັບເຫຼັກກ້າ ແລະ ອາລູມີນຽມນຳເຂົ້າທົ່ວໂລກ ແມ່ນການກະທຳ “ກໍ່ຄວາມຜິດຫວັງ”. ທ່ານ ຖະແຫຼງວ່າ ລັດຖະບານ ອັງກິດ ພວມຕັ້ງໜ້າເຈລະຈາຂໍ້ຕົກລົງເສດຖະກິດທີ່ກວ້າງກວ່າສຳລັບ ອາເມລິກາ ເພື່ອລົບລ້າງບັນດາອັດຕາພາສີເພີ່ມເຕີມ, ກໍຄືແນໃສ່ໜູນຊ່ວຍບັນດາວິສາຫະກິດພື້ນຖານເສດຖະກິດອັນດຽວກັນກັບ ອັງກິດ.
ໃນຂະນະນັ້ນ, ວັນທີ 12 ມີນາ, ເຈົ້າໜ້າທີ່ທ່ານໜຶ່ງຂອງ ການາດາ ໄດ້ປະກາດລະດັບອັດຕາພາສີ 21 ຕື້ USD ສຳລັບ ອາເມລິກາ ເພື່ອໂຕ້ຕອບຄືນອັດຕາພາສີສຳລັບເຫຼັກກ້າ ແລະ ອາລູມີນຽມ ເຊິ່ງທ່ານປະທານາທິບໍດີ Donald Trump ເຄີຍຈັດວາງ.
ສ່ວນທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ຖືວ່າ ບັນດາຂໍ້ຕົກລົງກ່ຽວກັບອັດຕາພາສີຂອງ ອາເມລິກາ ແມ່ນຄວາມຜິດພາດ; ພ້ອມທັງຢັ້ງຢືນວ່າ Berlin ຈະມີປະຕິກິລິຍາ “ຢ່າງເໝາະສົມ ແລະ ວ່ອງໄວ”. ປັດຈຸບັນ, ເຢຍລະມັນ ພວມ “ຕິດຕໍ່ຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກ EU ອື່ນ” ກ່ຽວກັບບາດກ້າວເດີນຕໍ່ໄປ.
