ບັນຍາກາດການເຮັດວຽກຂອງພະນັກງານຫຼັກຊັບ ອາເມລິກາ (ພາບ: THX/TTXVN)

ວັນທີ 12 ສິງຫາ, ບັນດາດັດຊະນີຫຼັກຊັບ ອາເມລິກາ ສືບຕໍ່ບັນລຸລະດັບຍອດສູງໃໝ່ ພາຍຫຼັງຂໍ້ມູນໄພເງິນເຟີ້ເດືອນ ກໍລະກົດ ໄດ້ສະແດງໃຫ້ເຫັນຜົນກະທົບຈາກນະໂຍບາຍພາສີອາກອນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ສຳລັບພື້ນຖານເສດຖະກິດອັນດັບໜຶ່ງໃນໂລກນີ້ ແມ່ນຍັງຄົງຢູ່ໃນລະດັບຈຳກັດຢູ່. ຈິດຕະສາດຂອງນັກລົງທຶນນັບມື້ນັບສືບຕໍ່ສ້າງກຳລັງໜູນເພີ່ມເຕີມ ເມື່ອ ເອເມລິກາ ແລະ ຈີນ ຕໍ່ກຳນົດເວລາຂໍ້ຕົກລົງ “ຢຸດຕິສົງຄາມດ້ານການຄ້າ” ຕື່ມອີກ 90 ວັນ.

ບັນດາຕະຫຼາດ ເອີຣົບ ກໍໄດ້ຮັບການຊຸກຍູ້ ຍ້ອນຂໍ້ມູນໄພເງິນເຟີ້ຂອງ ອາເມລິກາ, ດ້ວຍດັດຊະນີສ່ວນຫຼາຍລ້ວນແຕ່ເພີ່ມຄະແນນ, ເວັ້ນເສຍແຕ່ Frankfurt (ເຢຍລະມັນ).

ບົດລາຍງານທີ່ປະກາດຫຼ້າຊຸດ ໄດ້ຊີ້ໃຫ້ເຫັນວ່າ ດັດຊະນີການບໍລິໂພກ CPI ຂອງ ອາເມລິກາ ໃນເດືອນ ກໍລະກົດ ເພີ່ມຂຶ້ນ 2,7 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຮັກສາອັດຕາຂອງເດືອນ ມິຖຸນາ ແລະ ຕ່ຳກວ່າການຄາດຄະເນ. ເຖິງຢ່າງໃດກໍຕາມ, ໄພເງິນເຟີ້ພື້ນຖານ - ເວັ້ນເສຍແຕ່ບັນດາປະເພດສິນຄ້າທີ່ມີການເໜັງຕຶງຢ່າງແຮງຄື: ສະບຽງອາຫານ ແລະ ພະລັງງານ - ໄດ້ເພີ່ມລະດັບຄວາມໄວສູງສຸດໃນຮອບເວລາ 6 ເດືອນ, ໂດຍຊີ້ໃຫ້ເຫັນວ່າ ສັນຍານຈາກພາສີອາກອນພວມເລີ່ມແຜ່ລາມເຂົ້າສູ່ພື້ນຖານເສດຖະກິດ.