ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ທ່ານ António Costa ປະທານສະພາເອີລົບ (ພາບ: VOV)

ຕອນຄ່ຳວັນທີ 29 ມັງກອນ, ຢູ່ຫໍປະຊຸມສາກົນ (ຮ່າໂນ້ຍ), ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ເປັນປະທານງານລ້ຽງຢ່າງສົມກຽດຕ້ອນຮັບທ່ານ António Costa ປະທານສະພາເອີລົບ ພ້ອມກັບຄະນະຜູ້ແທນຂັ້ນສູງສະຫະພາບເອີລົບ (EU) ໃນໂອກາດມາຢ້ຽມຢາມ ຫວຽດນາມຢ່າງເປັນທາງການ.

ກ່າວຄຳເຫັນນະທີ່ນີ້, ທ່ານ ປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ການຢ້ຽມຢາມໄດ້ເປີດໜ້າໃໝ່ໃນການພົວພັນ ຫວຽດນາມ - EU. ເລື່ອງສອງປະເທດຕັດສິນໃຈຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ, ລະດັບການຮ່ວມມືສູງທີ່ສຸດ ໄດ້ສ່ອງແສງໃຫ້ເຫັນການຖືເປັນສຳຄັນ ແລະ ຄວາມຕັດສິນໃຈດ້ານການເມືອງຂອງສອງປະເທດ ໃນການນຳການພົວພັນ ຫວຽດນາມ EU ກາຍເປັນແບບຢ່າງທີ່ດີໃນການຮ່ວມມືຢ່າງແທ້ຈິງ. ທ່ານປະທານປະເທດ ເລືອງເກືອງ ຊີ້ແຈ້ງວ່າ:

ຫວຽດນາມ ພ້ອມແລ້ວທີ່ຈະເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງ EU ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ມະຫາສະໝຸດອິນເດຍ - ປາຊີຟິກ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍພື້ນຖານອັນໝັ້ນແກ່ນ, ດ້ວຍລະດັບການພົວພັນໃໝ່, ດ້ວຍຄວາມຕັດສິນໃຈດ້ານການເມືອງ ຂອງການນຳ ແລະ ການຮ່ວມເດີນທາງ, ສະໜັບສະໜູນຂອງປະຊາຊົນສອງຝ່າຍ, ການພົວພັນ ຫວຽດນາມ - EU ຈະພັດທະນາຢ່າງແຮງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາຂອງແຕ່ລະຝ່າຍກໍ່ຄືໃຫ້ແກ່ສັນຕິພາບ, ຄວາມວັດທະນາຖາວອນ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ສ່ວນທ່ານ António Costa ປະທານສະພາເອີລົບ ໄດ້ຕີລາຄາວ່າການຍົກລະດັບການພົວພັນ ລະຫວ່າງ EU ແລະ ຫວຽດນາມ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແມ່ນການຕັດສິນໃຈທີ່ມີຄວາມໝາຍປະຫວັດສາດ, ພ້ອມທັງສະແດງໃຫ້ເຫັນວິໄສທັດອັນຍາວໄກມຸ່ງໄປເຖິງອະນາຄົດຂອງສອງຝ່າຍ.

ຕອນຄ່ຳວັນທີ 29 ມັງກອນ, ທ່ານ António Costa ປະທານສະພາເອີລົບ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 28 – 29 ມັງກອນ, ຕາມຄຳເຊີນຂອງທ່ານປະທານປະເທດ ເລືອງເກືອງ.