ຜູ້ແທນເຂົ້າຮ່ວມພິທີເປີດການແຜ່ບໍລິຈາກ(ພາບ: mattran.org.vn)
|
ວັນທີ 19 ສິງຫາ, ໜັງສືພິມ New York Times ຂອງ ອາເມລິກາ ໄດ້ລົງບົດກ່ຽວກັບບັ້ນແຜ່ບໍລິຈາກເງິນສ້າງກອງທຶນສະໜັບສະໜູນ ກຸຍບາ ຂອງ ຫວຽດນາມ, ເນື່ອງໃນໂອກາດ 2 ປະເທດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960 – 2025). ໜັງສືພິມ New York Times ໃຫ້ຮູ້ວ່າ, ພຽງໃນອາທິດທຳອິດຂອງບັ້ນແຜ່ບໍລິຈາກ, ສູນກາງສະພາດາແດງ ຫວຽດນາມ ໄດ້ຮັບຈຳນວນເງິນກວ່າ 13 ລ້ານ USD, ລື່ນກາຍຄວາມຄາດຫວັງຂອງຄະນະຈັດຕັ້ງເປັນຫຼາຍເທົ່າ.
ໜັງສື່ພິມນີ້ຕີລາຄາວ່າ ບັ້ນສ້າງກອງທຶນປະຊາຄົມຢູ່ ຫວຽດນາມ ມີຄວາມໝາຍເຊື່ອມຕໍ່ປະຊາຊົນຂອງ 2 ປະເທດ. ທ່ານປະທານ ກຸຍບາ Miguel Diaz-Canel Bermudez ໄດ້ມີບົດຂຽນເອົາລົງໃນສື່ສັງຄົມ X ສະແດງຄວາມຕື້ມຕັນໃຈຕໍ່ການກະທຳຂອງປະຊາຊົນ ຫວຽດນາມ. ການນຳ ກຸຍບາ ຖືນີ້ແມ່ນ “ການກະທຳແຫ່ງຄວາມຮັກ” ທີ່ມາຈາກ “ຊາດໜຶ່ງມີຄວາມດຸໝັ້ນຂະຫຍັນພຽງ, ວິລະຊົນ, ໄດ້ບືນຕົວຂຶ້ນພາຍຫຼັງສົງຄາມຫຼາຍຄັ້ງຍາດເອົາເອກະລາດ ແລະ ປະຈຸບັນເຮັດໃຫ້ໂລກມີຄວາມນັບຖືດ້ວຍການພັດທະນາແບບຍືນຍົງ".

