(ໜ່ວຍກູ້ໄພກູ້ຊີບກະຊວງຕຳຫຼວດ ຫວຽດນາມປະຕິບັດໜ້າທີ່ຢູ່ ມຽນມາ) |
ຕອນທ່ຽງວັນທີ 02 ເມສາ, ເມື່ອພວມຜັນຂະຫຍາຍວຽກງານກູ້ໄພກູ້ຊີບຢູ່ໂຮງໝໍ Ottara Thiri ທີ່ນະຄອນຫຼວງ Nay Pyi Taw ຂອງ ມຽນມາ, ໜ່ວຍກູ້ໄພກູ້ຊີບກອງທັບປະຊາຊົນ ຫວຽດນາມ ໄດ້ສົມທົບກັບກຳລັງກູ້ໄພກູ້ຊີບຂອງ ຕວັກກີ ແລະ ມຽນມາ ກູ້ຊ່ວຍຜູ້ປະສົບເຄາະຮ້າຍທີ່ຖືກຕິດຄ້າງໃນຊາກຫັກພັງ. ນີ້ແມ່ນຊາຍຜູ້ໜຶ່ງອາຍຸປະມານ 26 – 27 ປີຍັງມີຊີວິດຢູ່.
ໃນຂະນະນັ້ນ, ຕອນເຊົ້າວັນດຽວກັນ, ໜ່ວຍກູ້ໄພກູ້ຊີບຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ຜັນຂະຫຍາຍວຽກງານຢູ່ຕຶກອາຄານໜຶ່ງ, ເທດສະບານເມືອງ Zabu Thiri. ໜ່ວຍປະຕິບັດງານໄດ້ພົບເຫັນຕື່ມອີກ 2 ຄົນ ແລະ ຜັນຂະຫຍາຍວິທີຊ່ວຍນຳເຂົ້າເຈົ້າອອກມານອກ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 01 ເມສາ, ຢູ່ສະຖານທີ່ເກີດເຫດທີ່ໂຮງໝໍເທດສະບານເມືອງ Xabuthiri, ຊານນະຄອນຫຼວງ Nay Pyi Taw ຂອງ ມຽນມາ, ໜ່ວຍກູ້ໄພກູ້ຊີບກະຊວງຕຳຫຼວດ ຫວຽດນາມ ໄດ້ນຳເອົາຊາກສົບທີ 2 ແມ່ນຊາຍອາຍຸ 17 ປີອອກຈາກຊາກຫັກພັງ. ກ່ອນໜ້ານັ້ນ, ໜ່ວຍກູ້ໄພກູ້ຊີບກໍ່ໄດ້ນຳຊາກສົບຊາຍອາຍຸ 14 ປີອອກຈາກຊາກຫັກພັງເຊັນດຽວກັນ.
ໃນຂະນະນັ້ນ, ບັນດາຄວາມມານະພະຍາຍາມສາກົນເພື່ອແນໃສ່ຟື້ນຟູຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວສືບຕໍ່ດຳເນີນໄປ.
ຍີ່ປຸ່ນ ໃຫ້ຮູ້ວ່າ ໄດ້ຈັດສົ່ງທິມງານມີສະມາຊິກ 32 ຄົນ ລວມມີທ່ານໝໍ, ນາງພະຍາບານ, ເດີນທາງໄປ ມຽນມາ ໃນຕອນເຊົ້າວັນທີ 02 ເມສາ. ທ່ານ Noor Achmad, ຫົວໜ້າອົງການກູ້ໄພກູ້ຊີບແຫ່ງຊາດ ອິນໂດເນເຊຍ ໃຫ້ຮູ້ວ່າ, ປະເທດນີ້ພວມສົ່ງສິນຄ້າ ແລະ ບັນດາບ້ວງເງິນຊ່ວຍເຫຼືອມະນຸດສະທຳໄປຍັງ ມຽນມາ ເພື່ອໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜນດິນໄຫວ. ທະນາຄານພັດທະນາອາຊີ ໄດ້ກະກຽມສະໜອງຈຳນວນເງິນ 3 ລ້ານ USD ເພື່ອໜູນຊ່ວຍໃຫ້ ມຽນມາ ແກ້ໄຂບັນດາຄວາມຕ້ອງການອັນຮີບດ່ວນພາຍຫຼັງເຫດແຜນດິນໄຫວ.

