ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນໃນກອງປະຊຸມສາກົນຂັ້ນສູງ “ແກ້ໄຂບັນຫາ ປາແລັດສະຕິນ ໂດຍສັນຕິວິທີ ແລະ ປະຕິບັດມາດຕະການສອງລັດ” (ພາບ: VOV) |
ໃນວາລະປຶກສາຫາລືຄົບຄະນະໃນຕອນບ່າຍວັນທີ 28 ກໍລະກົດ, ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ກ່າວຄຳເຫັນຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນມາດຕະການສອງລັດ ແລະ ຖານະສະມາຊິກອັນຄົບຖ້ວນຢູ່ ສປຊ ສຳລັບ ປາແລັດສະຕິນ; ສະແດງຄວາມສາມັກຄີຢ່າງເລິກເຊິ່ງ ແລະ ຈິດໜຶ່ງໃຈດຽວສຳລັບການຕໍ່ສູ້ອັນຊອບທຳຂອງປະຊາຊົນ ປາແລັດສະຕິນ. ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍກັບຄືສູ່ການເຈລະຈາ, ປະຕິບັດກົດບັດ ສປຊ, ກົດໝາຍສາກົນ, ບັນດາມາດຕະການຊົ່ວຄາວຂອງສານຍຸຕິທຳສາກົນ (ICJ) ແລະ ມະຕິທີ່ກ່ຽວຂ້ອງຂອງ ສປຊ.
ກ່ອນໜ້ານັ້ນ, ວັນທີ 23 ກໍລະກົດ, ໃນວາລະປຶກສາຫາລືເປີດຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການຢູ່ຕາເວັນອອກກາງ ແລະ ປາແລັດສະຕິນ, ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ ກໍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບການປະທະກັນທີ່ແກ່ຍາວ ພ້ອມກັບໄພອຶດຫິວທີ່ນັບມື້ນັບຮ້າຍແຮງຢູ່ເຂດ ກາຊາ, ຮຽກຮ້ອງບັນດາຝ່າຍຢຸດຍິງ, ປ່ອຍຕົວປະກັນ ແລະ ຄັດຄ້ານບັນດາການກະທຳຕາມລຳພັງຝ່າຍດຽວ ທີ່ກີດຂວາງຄວາມມານະພະຍາຍາມຂອງ ສປຊ ແລະ ບັນດາອົງການມະນຸດສະທຳຊ່ວຍເຫຼືອສາມັນຊົນທີ່ຖືກຜົນກະທົບ.
ນັກຂ່າວ VOV ປະຈຳ ອາເມລິກາ

