ພິທີມອບຮັບໂຮງຮຽນມັດທະຍົມຕອນປາຍ - ສອນວິຊາຊີບແບບຢ່າງມິດຕະພາບ ລາວ - ຫວຽດນາມ (ພາບ: TTXVN) |
ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນຮຶວໂດະ ເນັ້ນໜັກວ່າ ໂຮງຮຽນມັດທະຍົມຕອນປາຍ - ສອນວິຊາຊີບແບບຢ່າງມິດຕະພາບ ລາວ - ຫວຽດນາມ ແມ່ນຂອງຂວັນຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ, ອີກຄັ້ງໜຶ່ງໄດ້ ຢັ້ງຢືນຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ຫວຽດນາມ ທີ່ມີຕໍ່ຂະແໜງການສຶກສາເວົ້າສະເພາະ ແລະ ການຮ່ວມມືມິດຕະພາບແບບພິເສດລະຫວ່າງສອງປະເທດເວົ້າລວມ.
ໂດຍຕາງໜ້າໃຫ້ລັດຖະບານລາວ ຮັບໂຄງການ, ທ່ານນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາລາວ ຢັ້ງຢືນວ່າໂຄງການຈະປະກອບສ່ວນພັດທະນາຂະແໜງການສຶກສາ ແລະ ສ້າງວຽກເຮັດງານທຳໂດຍກົງໃຫ້ແກ່ປະຊາຊົນແຂວງຄຳມ່ວນ ແລະ ບັນດາແຂວງໃກ້ຄຽງ ທີ່ມີໂອກາດໄດ້ຮັບການບຳລຸງສ້າງອາຊີບ ແລະ ທັກສະປະສົບການ ຕົວຈິງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

