ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ (ພາບ: baoquocte.vn) |
ວັນທີ 8 ທັນວາ, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ, ປະທານຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ, ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 45 ສະພາມອບໂອນກອງທຶນ ອາຊຽນ (AFBOT) ຕາມຮູບການອອນລາຍ. ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ໄດ້ຮັບການມອບໝາຍບົດບາດເປັນປະທານ AFBOT ໃນປີ 2021 ຈາກ ທ່ານເອກອັກຄະລັດຖະທູດ ໄທ ເຊິ່ງເປັນປະທານ AFBOT ໃນປີ 2020. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ໄດ້ຢືນຢັນວ່າ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບກອງທຶນ ອາຊຽນ ເພື່ອປະຕິບັດບົດບາດເປັນປະທານ AFBOT ປີ 2021 ໃຫ້ເປັນຢ່າງດີ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

